ໃນຕອນເຊົ້າຂອງວັນທີ່  29 ກັນຍາ 2020 ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດ ລ້ອມແຂວງ ຄຳມ່ວນ. ໄດ້ເປີດກອງປະຊຸມຜ່ານຮ່າງຂໍ້ຕົກລົງຂອງເຈົ້າແຂວງໆ ຄຳມ່ວນ ວ່າດ້ວຍ ລະບຽບການຄຸ້ມຄອງສິ່ງເສດເຫຼືອ. ພາຍໃຕ້ການເປັນປະທານ ທ່ານ ປອ ສິນນະສອນ ແສງຈັນທະວົງ ຮອງຫົວໜ້າ ພະແນກຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ.ກອງປະຊຸມ ໃນ ຄັ້ງນີ້ໄດ້ມີບັນດາຕາງໜ້າ ຫ້ອງການຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ 10 ຕົວເມືອງ, ຕາງໜ້າ ຫ້ອງວ່າການເມືອງ ທ່າແຂກ ຕາງໜ້າພະແນກຍຸດຕິທຳ,ອົງການພັດທະນາ ແລະ ບໍລິຫານ ຕົວເມືອງ ແລະ ຂະແໜງການອ້ອມຂ້າງ ພະແນກຊັບພະຍາກອນທຳຊາດ ແລະ ສິ່ງແວດລ້ອມ ແຂວງ ຄຳມ່ວນ.ພ້ອມດ້ວຍພະນັກງານວິຊາການ ຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ຜູ້ເຂົ້າຮ່ວມທັງໝົດ 34 ທ່ານ,ຍິງ 6 ທ່ານ.ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນ ກອງປະຊຸມຜ່ານຮ່າງ ຂໍ້ຕົກລົງຂອງທ່ານເຈົ້າແຂວງໆຄຳມ່ວນ ວ່າດ້ວຍລະບຽບການຄຸ້ມຄອງສິ່ງເສດເຫຼືອ.

          ພາຍຫຼັງທີ່ ທ່ານ ປອ ສິນນະສອນ ແສງຈັນທະວົງ ໄດ້ມີຄຳເຫັນ ແລະ ກ່າວເປີດກອງປະຊຸມແລ້ວ, ທ່ານ ບຸນເພັງ ໄຊນະສິນ ຮອງຫົວໜ້າຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ໄດ້ຜ່ານຮ່າງຂໍ້ຕົກລົງຂອງເຈົ້າແຂວງໆ ຄຳມ່ວນ ວ່າດ້ວຍການຄຸ້ມຄອງສິ່ງເສດເຫຼືອ, ຈາກນັ້ນບັນດາຜູ້ ຕາງ ໜ້າຈາກພະແນກການແຂວງ,ຫ້ອງການ ຊສ ເມືອງ ແລະ ບັນດາແຂກທີ່ເຂົ້າຮ່ວມກໍ່ໄດ້ມີຄຳເຫັນ ແລະ ປະກອບຄຳເຫັນຢ່າງກົງໄປກົງມາແບບສ້າງສັນ,ຜ່ານການຄົ້ນຄ້ວາປຶກສາຫາລື ກອງປະຊຸມຈຶ່ງ ໄດ້ ຕົກ ລົງເຫັນດີເປັນເອກະພາບດັ່ງນີ້:

1/ ກອງປະຊຸມໄດ້ເຫັນດີເປັນເອກະພາບກັນໂດຍພື້ນຖານ ກັບຮ່າງຂໍ້ຕົກລົງຂອງເຈົ້າແຂວງ ຄໍາມ່ວນ ວ່າດ້ວຍການຄຸ້ມຄອງສິ່ງເສດເຫຼືອ, ແຕ່ຕ້ອງໄດ້ເພີ່ມບາງມາດຕະການທີ່ຍັງບໍ່ທັນມີເນື້ອໃນຄົບຖ້ວນຕາມການປຶກສາຫາລືໃນກອງປະຊຸມ

2/ ຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ກອງເລຂາ ກຳນົດຂອບເຂດຄວາມ ຮັບຜິດຊອບໃນເທດສະ ບານໂດຍມີເນື້ອ ໃນລະອຽດຕື່ມ ພ້ອມດຽວກັນ ນັ້ນກໍ່ໃຫ້ກຳ ນົດ ຄະນະ ຮັບຜິດ ຊອບ, ຂັ້ນເມືອງ, ຂັ້ນບ້ານ, ສິ ແລະ ໜ້າທີ່ຂອງ ຄະນະຮັບຜິດຊອບໃຫ້ເພີ່ມອີກມາດຕະການໜື່ງ.

3/ ສໍາລັບມາດຕາ 4 ບາງຫົວຂໍ້ຕ້ອງໃຫ້ກໍານົດລະອຽດ ກ່ຽວກັບຈໍານວນສິ່ງເສດເຫຼືອ ໂດຍໃຫ້ໃສ່ຄ່າ ປັບໃໝ, ແຍກເປັນຖົງຢາງ,ເປົາ ແລ້ວໃຫ້ກຳນົດຄ່າປັບໃໝ ລະອຽດຕາມ ຈຳນວນ ຄັ້ງທີ່ ໄດ້ກະທຳຜິດ.

4/ ພາຍຫຼັງກອງປະຊຸມແລະ ບົດບັນທຶກສໍາລັບ ໃຫ້ບັນດາຫ້ອງການ ຊສ 10 ຕົວເມືອງ ,ພະແນກ ການທີ່ເຂົ້າຮ່ວມ, ຂະແໜງການອ້ອມຂ້າງ ພະແນກ ຊສ ແຂວງ ແລະ ບັນດາແຂກທີ່ເຂົ້າຮ່ວມໃຫ້ຮີບ ຮ້ອນມີຄຳເຫັນປະກອບໃສ່ຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງໆ ຄຳມ່ວນ .ວ່າດ້ວຍລະບຽບການ ຄຸ້ມຄອງ ສິ່ງເສດເຫຼືອ ແລ້ວສົ່ງໃຫ້ຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ເປັນຜູ້ສັງລວມ ເນື້ອໃນ ທີ່ເຫັນວ່າສອດຄ່ອງເໜາະສົມກັບນິຕິກຳຕ່າງໆໂດຍບໍ່ໃຫ້ກາຍ 13 ຕຸລາ 2020 .

          ກອງປະຊຸມໄດ້ດຳເນີນໄປຢ່າງມີຄວາມໝາຍ ຄວາມສຳຄັນ,ມີບັນຍາກາດອັນສ້າງສັນ ແລະ ກອງປະຊຸມກໍ່ໄດ້ປິດລົງໃນວັນດຽວກັນນັ້ນ.