ໃນຕອນເຊົ້າຂອງວັນທີ່  2 ມີນາ 2021 ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ. ໄດ້ເປີດກອງປະຊຸມເຜີຍແຜ່ເອກະສານສຳຄັນ ຂອງແມ່ຍິງ, ກຳມະບານ ແລະ ແນວລາວສ້າງຊາດ. ພາຍໃຕ້ການເປັນປະທານ ທ່ານ ປອ ສິນນະສອນ ແສງຈັນທະວົງ ຮອງຫົວໜ້າ ພະແນກຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ. ກອງປະຊຸມໃນຄັ້ງນີ້ໄດ້ເຜີຍແຜ່ເອກະສານສຳຄັນ ຂອງແມ່ຍິງ, ກຳມະບານ ແລະ ແນວລາວສ້າງຊາດ ພະແນກຊັບພະຍາກອນທຳຊາດ ແລະ ສິ່ງແວດລ້ອມ ແຂວງ ຄຳມ່ວນ. ພ້ອມດ້ວຍພະນັກງານວິຊາການ ຜູ້ເຂົ້າຮ່ວມທັງໝົດ 58 ທ່ານ,ຍິງ 24 ທ່ານ.

  • ເຜີຍແຜ່ເອກະສານ ປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ ວັນທີ່ 8 ມີນາ 2021 ຄົບຮອບ 111 ປີ

( 8 ມີນາ 1910 – 8 ມີນາ20201)      

  • ເຜີຍແຜ່ເອກະສານມູນເຊື້ອການກຳເນີດ ແລະ ເຕີບໃຫ່ຍຂະຫຍາຍຕົວຂອງອົງການຈັດຕັ້ງກຳມະບານລາວ ຄົບ ຮອບ 65 ປີ ( ວັນທີ 1 ກຸມພາ 1956- 1 ກຸມພາ 2021 )
  • ເຜີຍແຜ່ເອກະສານ ມະຕິສະບັບເລກທີ 108/ກມພ, ລົງວັນທີ່ 30 ເມສາ 2020 ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກໃນໄລຍະໃໝ່.
  • ເຜີຍແຜ່ແຈ້ງການແນະນຳ ສະບເລກທີ015/ຄປຈ.ສນຊ, ລົວັນທີ່ 23 ມີນາ 2020 ວ່າດ້ວຍການພົວພັນ ລະຫວ່າງ ຄະນະປະຈຳສະພາແຫ່ງຊາດ ກັບ ຄະນະປະຈຳສະພາສູນກາງແນວລາວສ້າງຊາດ.
  • ເຜີຍແຜ່ເອກະສານແນະນຳ ສະບັບເລກທີ 11/ຄປຈ.ສນຊ,ລົງວັນທີ 8 ກໍລະກົດ 2020 ກ່ຽວກັບການຈັດຕັ້ງປະຕິບັດວຽກງານຕິດຕາມກວດກາຂອງແນວລາວສ້າງຊາດ.
  • ເຜີຍແຜ່ເອກະສານຂໍ້ກຳນົດ ສະບັບເລກທີ່ 01/ຄສພ, ລົງວັນທີ່ 30 ກັນຍາ 2020 ວ່າດ້ວຍລະບຽບການຕິດຕາມ, ກວດກາຂອງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ຕໍ່ອົງການອຳນາດລັດ.

ພາຍຫຼັງເຜີຍແຜ່ສຳເລັດ ໄດ້ຮັບຟັງການໂອ້ລົມ ແລະ ຊີ້ທິດເຢືອງທາງ ຂອງ ທ່ານ ຄຳສອນ ອ້ວນທະວີ ຄະນະປະຈຳພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ກອງປະຊຸມໄດ້ປິດລົງໃນວັນດຽວກັນ.