ໃນຕອນບ່າຍຂອງວັນທີ່ 10 ມີນາ 2020 ທີ່ຫ້ອງປະຊຸມຂອງພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄຳມ່ວນໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບວຽກງານຮ່າງສະຫຼູບການຈັດຕັ້ງປະຕິບັດແຜນການ 5 ປີ ສົກປີ 2016-2010 ແລະ ທິດທາງແຜນການ 5 ປີສົກປີ 2021-2025 ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ແຂວງ ຄຳມ່ວນ ກັບ ກົມແຜນການ ແລະ ການຮ່ວມມື ກຊສ , ເຊິ່ງເປັນປະທານ

ໂດຍທ່ານ ສຸກຂະຖາ ວັນນະລາດ ຄະນະພະແນກ ຊສ ແຂວງ ຄຳມ່ວນ, ພ້ອມດ້ວຍບັນດາຂະແໜງການທີ່ກ່ຽວຂ້ອງທັງໝົດ 18  ທ່ານ , ຍິງ 9 ທ່ານ.

ຈຸດປະສົງຂອງກອງປະຊຸມແມ່ນໄດ້ນຳສະເໜີຂໍ້ຄົງຄ້າງ ແລະ ວຽກງານທີ່ຕ້ອງເອົາໃຈໃສ່ໃນສະຫຼູບການຈັດຕັ້ງປະຕິບັດແຜນການ 5 ປີ ສົກປີ 2016-2010 ແລະ ການສ້າງແຜນການ 5 ປີ ສົກປີ 2021-2025 ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ແຜນພັດທະນາ ເສດຖະກິດສັງຄົມແຫ່ງຊາດຄັ້ງທີ່ x (2021-2025) ທີ່ຕິດພັນກັບຂະແໜງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ສະຫຼູບ ວຽກງານການຮ່ວມມືພາກພື້ນສາກົນ ແລະ ສະເໜີຄວາມຊ່ວຍເຫຼືອຂັ້ນສູນກາງໃນວຽກງານຮ່ວມມື. ນຳສະເໜີຄວາມຄືບໜ້າໃນການຈັດຕັງປະຕິບັດໂຄງການຍ່ອຍທີ່ໄດ້ຮັບທຶນກອງທຶນປົກປັກຮັກສາສິ່ງແວດລ້ອມ(ລວມທັງທຶນທະນາຄານໂລກ).