ຮາກຖານຊາວໜຸ່ມພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄໍາມ່ວນ ເປັນຮາກ ຖານ 4 ບຸກປະເມີນທຸງໄຊນຳໜ້າ 3 ປີ 2017 – 2019.

   ໃນຕອນເຊົ້າຂອງວັນທີ່ 19 ສິງຫາ 2020 ທີ່ຜ່ານມານີ້ ໄດ້ມີພິທີປະກາດຮັບຮອງຮາກຖານຊາວໜຸ່ມພະ ແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄໍາມ່ວນ ເປັນຮາກຖານຊາວໜຸ່ມ 4 ບຸກ ປີທີ່3 ຂຶ້ນຢ່າງເປັນທາງການຢູ່ທີ່ຫ້ອງປະຊຸມພະແນກດັ່ງກ່າວ ໂດຍພາຍໃຕ້ການເປັນປະທານຂອງສະ ຫາຍ ອຸດົມໄຊ ລັດຕະນະເຮືອງສີ ຄະນະບໍລິຫານງານຊາວໜຸ່ມແຂວງ ເລຂາຮາກຖານຊາວໜຸ່ມ ພະ ແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄໍາມ່ວນ ເປັນກຽດເຂົ້າຮ່ວມໃນພິທີດັ່ງ ກ່າວ ໂດຍ ສະຫາຍ ນາງ ຈຳປາທອງ ອິນທະວົງສາ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ. ສະ ຫາຍ ສີປະໄທ ເຜົ່າພົງສະຫວັດ ຮອງເລຂາຄະນະພັກຮາກຖານ ພະແນກ ສຊ ແຂວງ ມີຄະນະພັກ, ຄະ ນະກອງເລຂາ 4 ບຸກ ຂັ້ນແຂວງ, ບັນດາທ່ານແຂກຖືກເຊີນຈາກຮາກຖານຊາວໜຸ່ມພະແນກການອ້ອມ ຂ້າງແຂວງ. ຄະນະຮາກຖານ - ຄະນະໜ່ວຍຊາວໜຸ່ມທີ່ຂຶ້ນພ້ອມດຽວສະມາຊິກຊາວໜຸ່ມເຂົ້າຮ່ວມທັງ ໜົດ ໌53 ສະຫາຍ,ຍິງ28 ສະຫາຍ .ພິທີມອບໃບຢັ້ງຢືນ 4 ບຸກ ໃຫ້ຮາກຖານຊາວໜຸ່ມພະແນກຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ໃນຄັ້ງນີ້ ສະຫາຍ ອຸດົມໄຊ ລັດຕະນະເຮືອງສີ ຄະນະບໍລິ ຫານງານຊາວໜຸ່ມແຂວງ ເລຂາຮາກຖານຊາວໜຸ່ມກໍ່ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງເນື້ອໃນ ຂໍ້ແຂ່ງ ຂັນ 4 ບຸກ ໃນຊຸມປີທີ່ຜ່ານມາເຊິງຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນເປັນຕົ້ນແມ່ນ: ການສຶກສາອົບຮົມ ການເມືອງ - ແນວຄິດ ໂດຍການນຳເອົາບັນດາເອກະສານສຳຄັນຕ່າງໆຂອງຊາດ ຂອງພັກ ຂອງຊາວ ໜຸ່ມນຳໄປເຜີຍແຜ່ໃຫ້ບັນດາສະມາຊິກຊາວໜຸ່ມຢ່າງເປັນປົກກະຕິ-ຕໍ່ເນື່ອງ ແລະ ການຈັດຕັ້ງປະຕິບັດ ເນື້ອໃນຂໍ້ແຂ່ງຂັນ 4 ບຸກ ໃນແຕ່ລະດ້ານສາມາດຈັດຕັ້ງປະຕິບັດໄດ້ຄື:

  1. ດ້ານການເມືອງ- ແນວຄິດ ປະຕິບັດໄດ້95,90%
  2. ດ້ານການຝຶກຜົນຫຼໍ່ຫອມຮໍ່າຮຽນປະຕິບັດໄດ້95,57%.
  3. ດ້ານການຈັດຕັ້ງປະຕິບັດໄດ້ 95,28%.
  4. ດ້ານວິຊາຊີບ-ສ້າງວຽກເຮັດງານທຳປະຕິບັດໄດ້ 95,6%.

        ເພື່ອເປັນການຢັ້ງຢືນເຖິງຜົນງານການເຄື່ອນໄຫວ ໃນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ.ດັ່ງນັ້ນຄະ ນະບໍລິຫານງານຊາວໜຸ່ມແຂວງ ຈິ່ງໄດ້ມອບໃບຢັ້ງຢືນ 4 ບຸກ ແລະ ປ້າຍ 4 ບຸກ ປີທີ່ 3 ໃຫ້ແກ່ຮາກຖານຊາວໜຸ່ມ ແລະ ໜ່ວຍຊາວໜຸ່ມພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມແຂວງເຊິ່ງເປັນກຽດມອບໂດຍ ສະຫາຍ ນາງ ຈຳປາທອງ ອິນທະວົງສາ   ຮອງເລຂາຄະນະບໍລິຫານ ງານຊາວໜຸ່ມແຂວງ.

        ຈາກນັ້ນກໍ່ໄດ້ຜ່ານທິດທາງແຜນການທີ່ຈະຈັດຕັ້ງປະຕິບັດວຽກງານ 4 ບຸກ ໃນຕໍ່ໜ້າໄປພ້ອມໆ ກັບການຈັບມືແຂ່ງຂັນກັນ ແລະ ການດຳເນີນກອງປະຊຸມປະເມີນຜົນ, ຕີລາຄາການຈັດຕັ້ງປະຕິບັດ ເນື້ອໃນຂໍ້ແຂ່ງຂັນ 4 ບຸກ ພາຍໃນຮາກຖານເພື່ອເປັນການກວດຄືນໃນແຕ່ລະບາດກ່າວຂອງການຈັດຕັ້ງ ປະຕິບັດ ເພື່ອກະກຽມສະເໜີຂໍທຸງໄຊນຳໜ້າໃນການຈັດຕັ້ງປະຕິບັດ ເນຶື້ອໃນຂໍ້ແຂ່ງຂັນ 4 ບຸກຂອງ ຊາວໜຸ່ມໃຫ້ແກ່ຮາກຖານດັ່ງ.

      ໃນຕອນທ້າຍຂອງພິທີ ບັນດາສະມາຊິກຊາວໜຸ່ມ ຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍ ສີປະໄທ ເຜົ່າພົງສະຫວັດ ຮອງເລຂາຄະນະພັກຮາກຖານພະແນກ ຊສ ແຂວງ ເຊິ່ງກ່ອນອື່ນໝົດ ທ່ານກໍ່ຍັງໄດ້ ຍ້ອງຍໍຊົມເຊີຍຕໍ່ຜົນງານ. ການເຄື່ອນໄຫວທີ່ຮາກຖານຊາວໝຸ່ມສາມາດຍາດມາໄດ້ພ້ອມນັ້ນທ່ານກໍ່ຍັງ ໄດ້ເນັ້ນໜັກໃຫ້ບັນດາສະມາຊິກຊາວໜຸ່ມຈົ່ງເອົາໃຈໃສປະຕິບັດໜ້າທີ່ດ້ວຍຄວາມຊື່ສັດສຸດຈະລິດ, ຕ້ານ ປະກົດການຫຍໍ້ທໍ້ຕໍ່ກົນອຸບາຍຂອງສັດຕູທຸກໆຮູບການ, ມີຄວາມສາມມັກຄີໃຫ້ເປັນປຶກແຜນແໜ້ນ ໜາໃຫ້ສົມກັບພັກໄດ້ໃຫ້ສາຍານາມແກ່ຊາວໜຸ່ມວ່າ: ຊາວໜຸ່ມເປັນແຂນຂວາຂອງພັກເປັນກະດູກສັນ ຫຼັງຂອງປະເທດຊາດ.