ໃນເວລາ 8 ໂມງ 30 ຂອງວັນທີ່ 7-18 ກັນຍາ 2020  ທີ່ຫ້ອງປະຊຸມ ພະແນກຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄຳມ່ວນ ໄດ້ຈັດກອງປະຊຸມຝຶກອົບຮົມການໂອນຂໍ້ມູນຈາກ ໂປຼແກຼມ BC Account, AutoCAD ຫາໂປຼແກຼມ LaoLandReg

ໂດຍພາຍໃຕ້ການເປັນປະທານ ທ່ານ ແກ້ວບຸນຂັວນ ໄຊຍະວົງສາ ຄະນະພັກຮາກຖານ ຫົວໜ້າຂະແໜງທີ່ດິນແຂວງ ແລະ ທ່ານ ເອກສະຫວັນ ຜາລິວົງ ຮອງຫົວໜ້າພະແນກຂໍ້ມູນຂ່າວສານສະຖິຕິ ໄດ້ເປັນກຽດເປີດພິທີຢ່າງເປັນທາງການ, ຈາກນັ້ນໄດ້ມອບໃຫ້ຄະນະຄູຝຶກທີ່ມາຈາກ ພະແນກຂໍ້ມູນຂ່າວສານສະຖິຕິ, ກະຊວງຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ສຶບຕໍ່ຈັດຕັ້ງປະຕິບັດວຽກງານຕາມວາລະຂອງການຝຶກອົບຮົມ ໃຫ້ສຳ ເລັດ ຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້. ການຝຶກອົບຮົມໃນຄັ້ງນີ້ໄດ້ມີນັກສຳມະນາກອນເຂົ້າຮ່ວມທັງ ໝົດ 18 ທ່ານ ຍິງ 4 ທ່ານ. ໃນການຝຶກອົບຮົມໄດ້ໃຊ້ເວລາທັງໝົດ 10 ວັນ ( ເລີ່ມແຕ່ວັນທີ່ 7-18 ກັນຍາ 2020).