ໃນຕອນເຊົ້າຂອງວັນທີ່  24 ກັນຍາ 2020 ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມແຂວງ ຄຳມ່ວນ. ໄດ້ເປີດກອງປະຊຸມເຜີແຜ່ກົດໝາຍລັດຖະກອນ ໂດຍພາຍໃຕ້ການເປັນປະ ທານ ທ່ານ ຄຳສອນ ອ້ວນທະວີ ກຳມະການພັກແຂວງ ຄຳມ່ວນ ຫົວໜ້າພະແນກຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ. ມີຜູ້ເຂົ້າຮ່ວມທັງໝົດ 59 ທ່ານ ຍິງ 22 ທ່ານ. ເນື້ອໃນຕົ້ນຕໍຂອງກອງປະ ຊຸມຄັ້ງນີ້ແມ່ນ ເຜີຍແຜ່ກົດໝາຍລັດຖະກອນໃຫ້ພະນັກງານລັດຖະກອນ ທີ່ສັງກັດໃນພະແນກຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ເຊື່ອມຊຶມ, ກຳແໜ້ນ ກ່ຽວກັບກົດໝາຍລັດຖະກອນໃນ ການຈັດ ຕັ້ງປະຕິບັດ.