ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນບ່າຍຂອງ ວັນທີ່ 22 ມີນາ 2021 ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ. ໄດ້ເປີດກອງປະຊຸມເຜີຍແຜ່ເອກະສານສຳຄັນ ໃນນັ້ນມີເອກະສານວັນສ້າງ ຕັ້ງພັກຄົບຮອບ 66 ປີ ( 22 ມີນາ 1955 ຫາ 22 ມີນາ 2021)  ແລະ ວັນເສຍສະຫຼະເພື່ອຊາດ ຄົບຮອບ 75 ປີ ( 21 ມີນາ 1946 ຫາ 21 ມີນາ 2021)ໂດຍການເຂົ້າຮ່ວມເປັນກຽດ ຂອງ ທ່ານ ຄໍາໝັ້ນ ສໍປະເສີດ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ, ຂຶ້ນເຜີຍແຜ່ເອກະສານ,ຜ່ານເອກະໃນຄັ້ງນີ້ມີພະນັກງານການນຳຂອງ ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ ແລະ ມີພະນັກງານບັນດາຂະແໜງ ຕະຫຼອດຮອດພະນັກງານລັດຖະກອນທັງຍິງ ແລະ ຊາຍ ເຂົ້າຮ່ວມຮັບຟັງ 2 ເອກະສານສຳຄັນຂອງຊາດ ເຊິ່ງມີຜູ້ເຂົ້າຮ່ວມຮັບຟັງໃນຄັ້ງນີ້ທັງໝົດ 57 ທ່ານ ໃນນັ້ນມີເອື້ອຍນ້ອງຍິງ 24 ທ່ານ.ກອງປະຊຸມໃນຄັ້ງນີ້ໃຊ້ເວລາ 1 ຄາບ ແລະ ມີຜົນສໍາເລັດເປັນຢ່າງດີ.