ທ່ານ ຄຳໜັ້ນ ສໍປະເສີດ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ ໃຫ້ສຳພາດຕໍ່ສື່ມວນຊົນທ້ອງຖິ່ນກ່ຽວກັບວັນສິ່ງແວດລ້ອມໂລກ 5 ມິຖຸນາ ຄົບຮອບ 49 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 22 ປີ
ໃຫ້ຮູ້ວ່າໂດຍພາຍໃຕ້ສະພາບທີ່ບໍ່ເອື້ອອຳນວຍພໍເທົ່າໃດໂດຍສະເພາະແມ່ນມີການແຜ່ລະບາດຂອງພະຍາດໂຄວິດ19 ເຮັດໃຫ້ມີຄວາມຈຳກັດໃນຫຼາຍດ້ານຕໍ່ກັບການສະເຫຼີມສະຫຼອງວັນສິ່ງແວດລ້ອມໃນປີນີ້ ເຊິ່ງການຫ້າງຫາກະກຽມໃຫ້ແກ່ວັນດັ່ງກ່າວ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ແມ່ນໄດ້ສົມທົບກັບ ພະແນກກະສິກຳ ແລະ ປ່າໄມ້ ແຂວງ ໃນການສ້າງເຂດທີ່ມີປົກຫຸ້ມທາງດ້ານປ່າໄມ້ ໂດບຖືເອົາວັນທີ່ 1 ມິຖຸນາ ສ້າງຂະບວນການປູກຕົ້ນໄມ້ ພາຍໃຕ້ ຄຳຂັວນ ຮ່ວມແຮງຮ່ວມໃຈກັນພື້ນຟູລະບົບນິເວດ ແລະ ໄດ້ປະສານສົມທົບກັບເມືອງ ທ່າແຂກ ເພື່ອອອກແຈ້ງການໃຫ້ພໍ່ແມ່ປະຊາຊົນໃນທົ່ວເມືອສ້າງຂະບວນການອານາໄມ ຕາມສາຍທາງ,ຄອງລະບາຍນ້ຳ ແລະ ສະຖານທີ່ຕ່າງໆ ເພື່ອຄວາມສະອາດງາມຕາ ແລະ ເຮັດໃຫ້ລະບົບນິເວດດີຂຶ້ນໃນໂອກາດວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດໃນປີນີ້ ຂໍຮຽກຮ້ອງມາຍັງບັນດາ ພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນຊາວແຂວງ ຄຳມ່ວນ ຈົ່ງໄດ້ໃຫ້ຄວາມສຳຄັນເອົາໃຈໃສ່ ແລະ ຮ່ວມໄມ້ຮ່ວມມືໃນການປົກປັກຮັກສາສິ່ງແວດລ້ອມເປັນຕົ້ນແມ່ນການນຳໃຊ້ ວັດສະດຸທີ່ສ້າງມົນລະພິດທາງດ້ານ ສີ່ງແວດລ້ອມ ໃຫ້ທຸກຄົນຖືເອົາການປົກປັກຮັກສາສິ່ງແວດລ້ອມປຽບເໜືອກັບການປົກປັກຮັກສາສິ່ງແວດລ້ອມປຽບເໝືອກັບການປົກປັກຮັກສາຊີວິດ ແລະ ຊັບສິນຂອງຕົນເພື່ອອານາຄົດຂອງລູກ - ຫຼານ ໃຫ້ມີຊີວິດການເປັນຢູ່ທີ່ດີ ແລະ ມີຄວາມຍືນຍົງ ພ້ອມກັນນັ້ນກໍ່ ຕ້ອງເອົາໃຈໃສ່ໃນການພື້ນຟູສິ່ງແວດລ້ອມ ເປັນຕົ້ນແມ່ນການປູກຕົ້ນໄມ້ໃຫ້ເປັນຂະບວນເພື່ອໃຫ້ເຮືອນຮົ່ມ ແລະ ເພື່ອເຮັດໃຫ້ມີການກັ່ນຕອງມົນລະພິດທາງດ້ານອາກາດເຊິ່ງໃນປະຈຸບັນ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ມີການຮ່າງຂໍ້ກຳນົດວ່າດ້ວຍການຄຸ້ມຄອງສິ່ງເສດເຫຼືອ ແລະ ຂີ້ເຫຍື້ອເຊີ່ງຈະໄດ້ນຳເຂົ້າຜ່ານກອງປະຊຸມສະພາປະຊາຊົນທ້ອງຖິ່ນ ແລະ ຈະໄດ້ມີການຈັດຕັ້ງປະຕິບັດເຜີຍແຜ່ເຊືອມຊຶມລົງເຖີງຂັ້ນຮາກຖານບ້ານ ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ ແລະ ເຫັນໄດ້ຄວາມສຳຄັນໃນການປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມຍືນຍົງຕາມທິດສີຂຽວທີລັດຖະບານໄດ້ກຳນົດໄວ້.