ໃນ​ຕອນ​ເຊົ້າ​ວັນ​ຈັນ,;ຂອງວັນ​ທີ່ 14 ມິ​ຖຸ​ນາ 2021 ທີ່​ຫ້ອງ​ປະ​ຊຸມ​ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ​.​ໄດ້​ເປີດກອງ​ປະ​ຊຸ​ມ​ເປີດ​ກ້​ວາງ​ສະ​ໄໝ​ສາ​ມັນ​ປະ​ຈຳ​ເດືອນ ມິ​ຖຸ​ນາ ຂອງກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​​ລ້ອມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ທາງ​ໄກ​ຜ່ານ Video Conference ​ໂດຍ​ໃຫ້​ກຽດ​ເປັນ​ທານ ທ່ານ ບຸນ​ຄ້ຳ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 18 ແຂວງເຂົ້າຮ່ວມ ແລະ ຫົວໜ້າຂະແໜງ 8 ຂະແໜງ ພ້ອມດ້ວຍວິຊາການໄອທີຂອງຕົນເຂົ້າຮ່ວມ ເເນື້ອໃນຕົ້ນຕໍຂອງກອງປະຊຸມຄັ້ງນີ້ແມ່ນປຶກສາຫາລືກ່ຽວກັບບັນຫາລົງເລິ່ງດັ່ງລຸ່ມນີ້:     

  • ເພື່ອ​ລາຍ​ງານ​ຄວາມ​ຄຶບ​ໜ້າ​ໃນ​ການ​ປັບ​ປຸງ​ການ​ຈັດ​ຕັ້ງ ແລະ ຊັບ​ຊ້ອນ​ພະ​ນັກ​ງານ.
  • ລາຍ​ງານ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ຂອງ​ບັນ​ດາ 18 ແຂວງ.ກ່ຽວ​ກັບ​ການ​ຂຶ້ນ​ທະ​ບຽນອອກ​ໃບ​​ຕາ​ດິນ, ການ​ສ້າງ​ແຜນຈັດ​ສັນ​ທີ່​ດິນ,ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ​ແບບ​ຮອບ​ດ້ານ.
  • ຂໍ້​ສະ​ດວກ,ຂໍ້​ຫຍຸ້ງ​ຍາກ ແລະ ຂໍ້​ສະ​ເໜີ .ກອງປະຊຸມໃນຄັ້ງນີ້ໃຊ້ເວລາ 1 ຄາບ ແລະ ມີຜົນສໍາເລັດເປັນຢ່າງດີ.