ໃນ​ຕອນເຊົ້າວັນ​ອັງຄານຂອງວັນ​ທີ່ 06 ກໍລະກົດ 2021 ທີ່​ຫ້ອງ​ປະ​ຊຸມຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ​.​ໄດ້​ເປີດກອງ​ປະ​ຊຸມ ​ການຈັດຝຶກອົບຮົມສ້າງຄວາມ ເຂັ້ມແຂງທາງດ້ານ ວຽກງານ ຈັດ ສັນທີ່ດິນໃຫ້ພະນັກ ງານຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 10 ຕົວເມືອງ ທີ່ເມືອງ ນາກາຍ ຄັ້ງວັນທີ່ 6- 13 ກໍລະ ກົດ 2021​ໂດຍ​ໃຫ້​ກຽດ​ເປັນນ ທ່ານ ຄຳໜັ້ນ ສໍປະເສີດ ກຳມະການພັກ ແຂວງ  ຫົວໜ້າພະແນກຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ ທ່ານ ແສງແກ້ວ ພະຄຸນທອງ ຮອງເຈົ້າເມືອງນາກາຍ   ມີຜູ້ເຂົ້າຮ່ວມທັງໝົດ 32 ທ່ານ ຍິງ 4 ທ່ານ ແລະ  ຫົວໜ້າຫ້ອງ ການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 10 ຕົວເມືອງເຂົ້າຮ່ວມ ພ້ອມດ້ວຍວິຊາການ ພະ ແນກ ຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ເຂົ້າຮ່ວມ.