ໃນ​ຕອນເຊົ້າວັນ​ສຸກຂອງວັນ​ທີ່ 09 ກໍລະກົດ 2021​. ກົມທີ່ດິນ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ໄດ້ນຳສົ່ງອຸປະກອນໄອທີ ໃຫ້ພະແນກພະແນກຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ ​ເພື່ອນຳໃຊ້ເຂົ້າໃນວຽກງານໂຄງການຂື້ນທະບຽນອອກໃບຕາດິນ ຢູ່ໜ່ວຍງານເຄື່ອນທີໃນການຂຶ້ນທະບຽນອອກໃບຕາ ດິນ ຢ່າງເປັນລະບົບ ຂອງ ເມືອງເປົ້າໝາຍຄືື: ຫ້ອງການຊັບຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ ເມືອງ ຍົມມະລາດ ແຂວງ ຄຳມ່ວນ ໂດຍ​ເປັນກຽດ​ມອບອຸປະກອນໄອທີ ທ່ານ ປອ ໄຊນະຄອນ ອິນທະວົງ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ່ 12 ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ   ເປັນກຽດຮັບອຸປະກອນໄອທີ ທ່ານ ຄຳໜັ້ນ ສໍປະເສີດ ກຳມະການພັກແຂວງ  ເລຂາຄະນະພັກຮາກຖານຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ ດັ່ງມີລາຍລະອຽດລຸ່ມນີ້:

  • Scanners A3 ຈຳນວນ 1 ໜ່ວວຍ
  • Computer Desktop PC ຈຳນວນ 2 ຊຸດ
  • Computer Notebooks ຈຳວນ 7 ໜ່ວຍ
  • ເຄື່ອງພິມເອກະສານ (Printers ) ຈຳນວນ 2 ໜ່ວຍ
  • ໂຟໂຕກອບປີດຳ Photo Copiers ຈຳນວນ 1 ໜ່ວຍ