ໃນ​ຕອນເຊົ້າວັນພຸດຂອງວັນ​ທີ່ 04 ສິງ​ຫາ 2021​. ທີ່​ຫ້ອງ​ປະ​ຊຸມ ພະ​ແນກ​ຊັບ​ພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມແຂວງ ຄຳ​ມ່ວນ ໄດ້ເປີດກອງ​ປະ​ຊຸມ ​ສະ​ຫຼຸບ​ການ​ເຄື່ອນ​ໄຫວ​ໄລຍະ 5 ປີ ( 2016 - 2021) ແລະ ທິດ​ທາງ​ແຜນ​ການ ໄລ​ຍະ 5 ປີ( 2021 – 2025 ) ກ່ຽວ​ກັບ​ວຽກ​ງານກວດ​ກາ​ຂອງ​ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳ​ມ່ວນ ໂດຍ​ເປັນກຽດ​ເປັນ​ປະທານ  ທ່ານ ຄຳໜັ້ນ ສໍປະເສີດ ກຳມະການພັກແຂວງ  ເລຂາຄະນະພັກຮາກຖານ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ, ນາງ ໂພ​ໄຊ ຫົ່ມ​ສະ​ຫວັນ ຮອງ​ປະ​ທານກວດ​ກາພັກລັດແຂວງ ຄຳ​ມ່ວນ ພ້ອມ​ດ້ວຍ​ ພະ​ນັກ​ງານ​ວິ​ຊາ​ການ ພະ​ແນກ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່​ງ​ແວດ​ລ້ອມແຂວງ ເຂົ້າ​ຮ່ວມ​ທັງ​ໝົດ 65 ທ່ານ ຍິງ 26 ທ່ານ  ດັ່ງມີລາຍລະອຽດລຸ່ມນີ້:

  • ສະ​ຫຼຸບ​ການ​ເຄື່ອນ​ໄຫວ​ໄລຍະ 5 ປີ ( 2016 - 2020) ແລະ ທິດ​ທາງ​ແຜນ​ການ ໄລ​ຍະ 5 ປີ ( 2021 - 202 5 ) ກ່ຽວ​ກັບ​ວຽກ​ງານກວດ​ກາ ​ຂອງ​ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳ​ມ່ວນ.
  • ເຜີຍ​ແຜ່​ບົດ​ສະ​ຫຼຸບ​ການ​ເຄື່ອນ​ໄຫວ5 ປີ ( 2016 - 2020) ແລະ ທິດ​ທາງ​ແຜນ​ການ ໄລ​ຍະ 5 ປີ ( 2021 - 202 5 ) ກ່ຽວ​ກັບ​ວຽກ​ງານກວດ​ກາ ​ຂອງ​ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳ​ມ່ວນ.
  • ​ເຜີຍ​ແຜ່​ບົດ​ສະ​ຫຼຸບ​ວຽກ​ງານກວດ​ກາ​ແຂວງ ໄລ​ຍະ 5 ປີ (2016-2020) ແລະ ທິດ​ທາງ​ແຜນ​ການ 5 ປີ ( 2021-2025) ຂອງ​ຄະ​ນະ​ກວດ​ກາ​ພັກ​ແຂວງ ຄຳ​ມ່ວນ.
  • ເຜີຍ​ແຜ່​ທິດ​ທາງ​ແຜນ​ການ​ວຽກ​ງານກວດ​ກາ​ທົ່ວ​ປະ​ເທດ ໄລ​ຍະ 5 ປີ ( 2021-2025) ຂອງ​ຄະ​ນະ​ກວດ​ກາສູນ​ກາງ​ພັກ
  • ບົດ​ໂອ້​ລົມ ຂອງ​ສະ​ຫາຍ ບຸນ​ທອງ ຈິດ​ມະ​ນີ,ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ,ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ.