ໃນ​ວັນ​ທີ່ 30 ກໍລະກົດ 2021 ທີ່​ຫ້ອງ​ປະ​ຊຸມ ສະ​ໂມ​ສອນ​ຂອງ​ເມືອງ ໄຊ​ບົວ​ທອງ​.​ໄດ້​ເປີດພິ​ທີພິ​ທີ​ມອບ - ຮັບ​ໜ້າ​ທີ່ ​ຫົວ​ໜ້າ​ຫ້ອງ​ການ ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວ​ດ​ລ້ອມ ເມືອງ ໄຊ​ບົວ​ທອງ ລະ​ຫວ່າງ ຫົວ​ໜ້າ​ຜູ້​ເກົ່າ ກັບ ຫົວ​ໜ້າ​ຜູ້​ໃໝ່ ​ໂດຍ​ໃຫ້​ກຽດ​ເປັນນ ທ່ານ ພູ​ວຽງ ຂັນ​ທະ​ວົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ ແລະ ທ່ານ ກອງ​ສີ ເຂັມ​ມະ​ລາ ຮອງ​ເລ​ຂາ​ພັກເມືອງ ໄຊ​ບົວ​ທອງ​ ລາຍ​ລະ​ອຽດດັ່ງລຸ່ມນີ້:     

  • ຜ່ານ​ບົດ​ສະ​ຫຼຸບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໜ້າ​ວຽກ​ງານ​ຂອງ ຫ້ອງ​ການ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ​ເມືອງ ໄຊ​ບົວ​ທອງ ໃນ​ໄລ​ຍະ 6 ເດືອນຕົ້ນ​ປີ ແລະ ທິດ​ທາງ​ແຜນ​ການ 6 ເດືອນ​ທ້າຍ​ປີ.
  • ຜ່ານ​ຂໍ້ຕົກລົງຍົ​ກ​ຍ້າຍ ຫົວ​ໜ້າ​ຫ້ອງ​ການ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ເມືອງ​ໄຊ​ບົວ​ທອງ,ຜ່ານ​ຂໍ້​ຕົກ​ລົງແຕ່ງຕັ້ງຄະນະຫ້ອງການ, ຜ່ານຂໍ້ຕົກລົງແຕ່ງຕັ້ງໜ່ວຍງານຂອງຫ້ອງການ.
  • ຫົວໜ້າຫ້ອງການຜູ້ໃໝ່ຂຶ້ນຮັບຄຳໂອ້ລົມຈາກ ທ່ານປະທານ ກອງປະຊຸມ.
  • ກອງປະຊຸມໃນຄັ້ງນີ້ໃຊ້ເວລາ 1 ຄາບ ແລະ ມີຜົນສໍາເລັດເປັນຢ່າງດີ.