ໃນ​ວັນ​ທີ່ 26 ສິງ​ຫາ 2021 ທີ່​ຫ້ອງ​ປະ​ຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ​ຄຳມ່ວນ. ໄດ້ເປີດກອງປະຊຸມເຜີຍແຜ່ເອກະສານສຳຄັນ ຂອງຊາດ  ແລະ ຂອງພັກ. ພາຍໃຕ້ການເປັນປະທານ ທ່ານ ຄຳ​ໜັ້ນ ສໍ​ປະ​ເສີດ ກຳ​ມະ​ການ​ພັກ​ແຂວງ ຫົວໜ້າ ພະແນກຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ. ກອງປະຊຸມໃນຄັ້ງນີ້ໄດ້ເຜີຍແຜ່ເອກະສານສຳຄັນ ຂອງຊາດ ແລະ ຂອງ​ພັກ ພະແນກຊັບພະຍາກອນທຳຊາດ ແລະ ສິ່ງແວດລ້ອມ ແຂວງ ຄຳມ່ວນ. ພ້ອມດ້ວຍພະນັກງານວິຊາການ ຜູ້ເຂົ້າຮ່ວມທັງໝົດ 58 ທ່ານ,ຍິງ 25 ທ່ານ.ລາຍ​ລະ​ອຽດດັ່ງລຸ່ມນີ້:   

  

  • ປາ​ຖະ​ກະ​ຖາ​ວັນ​ລັດ​ຖະ​ທຳ​ມະ​ນູນ​ແຫ່ງ​ຊາດ ຄົບ​ຮອບ 30 ປີ ( 15 ສິງ​ຫາ 1991 – 15 ສິງ​ຫາ 2021).
  • ມູນ​ເຊື້ອ​ການ​ກຳ​ເນີດ ແລະ ເຕີບ​ໃຫ່​ຍ​ຂະ​ຫຍາຍ​ຕົວ ຂອງ​ອົງ​ການ​ແນວ​ລາວ​ສ້າງ​ຊາດ​ເນື່ອງ​ໃນ​ໂອ​ກາດ​ຄົບ​ຮອບ 71 ປີ (13 ສີງ​ຫາ 1950 – 13 ສິງ​ຫາ 2021 ).
  • ມະ​ຕິ​ວ່າ​ດ້ວຍ​ວຽກ​ງານ​ແນວ​ໂຮມ ແລະ ວຽກ​ງານ​ມະ​ຫາ​ຊົນ​ຂອງ​ພັກ ໃນ​ໄລ​ຍະ​ໃໝ່ 108/ກມ​ສ​ພ,ລົງ​ວັນ​ທີ 30 ເມ​ສາ 2020.
  • ຄຳ​ແນະ​ນຳ​ກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ຕິດ​ຕາມ ກວດ​ກາ​ຂອງ​ແນວ​ລາວ​ສ້າງ​ຊາດ ສະ​ບັບ​ເລກ​ທີ 11/ສນ​ຊ.ຄ​ປ​ຈ.ລົງ​ວັນ​ທີ 8 ກໍ​ລະ​ກົດ 2020.
  • ຂໍ້​ກຳ​ນົດ​ວ່າ​ດ້ວຍ​ລະ​ບຽບ​ການ ຕິດ​ຕາມ,ກວດ​ກາ ຂອງ​ແນວ​ລາວ​ສ້າງ​ຊາດ ແລະ ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ ຕໍ່​ຍັນ​ດາ​ອົງ​ການ​ອຳ​ນາດ​ລັດ ສະ​ບັບ​ເລກ​ທີ 01/ຄ​ລ​ສ​ພ, ລົງ​ວັນ​ທີ 30 ກັນ​ຍາ 2020.
  • ກອງປະຊຸມຮັບ​ຟັງ​ການ​ເຜີຍ​ແຜ່​ເອ​ກະ​ສານ​ສຳ​ຄັນ​ຂອງ​ຊາດ ແລະ ຂອງພັກ ໃນຄັ້ງນີ້ໃຊ້ເວລາ 1 ຄາບ ແລະ ມີຜົນສໍາເລັດເປັນຢ່າງດີ.