ໃນ​ວັນ​ທີ່ 30 ສິງ​ຫາ 2021 ທີ່​ຫ້ອງ​ປະ​ຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ​ຄຳມ່ວນ. ໄດ້ເປີດກອງປະຊຸມສະ​ຫຼຸບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ 6 ເດືອນ​ຕົ້ນ​ປີ ແລະ ທິດ​ທາງ​ແຜນ​ການ 6 ເດືອນ​ທ້າຍ​ປີ ຂອງ​ພະ​ແນກ​ຊັບ​ພະຍາ​ກອນທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ . ພາຍໃຕ້ການເປັນປະທານ  ປອ ສົມ​ສະ​ອາດ ອຸ່ນ​ສີ​ດາ ກຳ​ມະ​ການ​ພັກ​ແຂວງ ຮອງ​ເຈົ້າ​ແຂວງໆ ຄຳ​ມ່ວນ ແລະ ທ່​ານ ຄຳ​ໜັ້ນ ສໍ​ປະ​ເສີດ ກຳ​ມະ​ການ​ພັກ​ແຂວງ ຫົວໜ້າ ພະແນກຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ. ມີຜູ້ເຂົ້າຮ່ວມທັງໝົດ 25 ທ່ານ,ຍິງ 2 ທ່ານ.ລາຍ​ລະ​ອຽດດັ່ງລຸ່ມນີ້:  

  

  • ຜ່ານ​ບົດ​ສະ​ຫຼຸບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ຮອບ​ດ້ານ ຂອງ​ພະ​ແນກ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ​ແຂວງ ຄຳ​ມ່ວນ 6 ເດືອນ​ຕົ້ນ​ປີ ແລະ ທິດ​ທາງ​ແຜນ​ການ 6 ເດືອນ​ທ້າຍ​ປີ.
  • ຜ່ານ​ຂໍ້​ຕົກ​ລົງ ທ່ານ​ເຈົ້າ​ແຂວງ ສະ​ບັບ​ເລກ​ທີ 773/ຈ​ຂ.ຄມ ລົງ​ວັນ​ທີ 29 ມິ​ຖຸ​ນາ 2021 ແລະ ສະ​ບັບ​ເລກ​ທີ 184/ຈ​ຂ, ລົງ​ວັນ​ທີ 6 ສິງ​ຫາ 2021
  • ຜ່ານ​ຂໍ້​ຕົກ​ລົງ​ຂອງ​ທ່ານ ເຈົ້າ​ແຂວງ ສະ​ບັບ​ເລກ​ທີ 1163/ຈ​ຂ.ຄມ​ ລົງ​ວັນ 12 ສິງ​ຫາ 2021.
  • ກອງປະຊຸມໃນຄັ້ງນີ້ໃຊ້ເວລາ 1 ຄາບ ແລະ ມີຜົນສໍາເລັດເປັນຢ່າງດີ.