ໃນວັນທີ່ 10 ມັງກອນ 2023 ທີ່ຫ້ອງປະຊຸມພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຄໍາມວ່ນ ໄດ້ຈັດກອງປະຊຸມແນະນໍາການຈັດຕັ້ງປະຕິບັດວຽກງານ ການເງິນຂອງໂຄງການສ້າງຄວາມເຂັມແຂງວຽກງານຂື້ນທະບຽນອອກໃບຕາດິນຢ່າງເປັນລະບົບ.ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ແກ້ວບູນຂັວນ ໄຊຍະວົງສາ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຄຳມ່ວນ ມີຄະນະວິຊາການຈາກກົມທີ່ດິນ, ຫ້ອງການ ຊສ ເມືອງ ຕະຫຼອດຮອດ ຫົວໜ້າຂະແໜງ ພ້ອມດ້ວຍວິຊາການ ໃນນັ້ນມີຜູ້ເຂົ້າຮ່ວມທັງໜົດ 15  ທ່ານ.

ຫຼັງຈາກນັ້ນກໍ່ໄດ້ປຶກສາຫາລືຮ່ວມກັນ ກັບຄະນະຊີ້ນຳ ແລະ ຄະນະວິຊາການຜູ້ຮັບຜິດຊອບວຽກໂຄງການຂັ້ນແຂວງ ເຊີ່ງມີຫົວໜ້າໜ່ວຍງານຂື້ນທະບຽນອອກໃບຕາດິນປະຈຳ 3 ເມືອງ ເປົ້າໜາຍຂອງໂຄງການ ພ້ອມດ້ວຍຜູ້ຮັບຜິດຊອບວຽກງານບໍລິຫານໃນໜ່ວຍງານຂອງ ເມືອງຍົມມະລາດ, ເມືອງຫີນບູນ ແລະ ເມືອງໄຊບົວທອງ ເພື່ອແນະນຳກ່ຽວກັບການຄຸ້ມຄອງງົບປະມານຂອງໂຄງການ ແລະ ບາງວຽກທີ່ຕິດພັນກັບວຽກການເງິນ.

ເພື່ອເຮັດພະນັກງານວິຊາການຮັບຮູ້,ເຂົ້າໃຈກ່ຽວກັບແຫ່ງທຶນ ແລະ ລະບຽບການໃນການຄຸ້ມຄອງງົບປະມານຂອງໂຄງການສ້າງຄວາມເຂັ້ມແຂງວຽກງານຂື້ນທະບຽນອອກໃບຕາດິນຢ່າງເປັນລະບົບ ແລະ ເຂົ້າໃຈກ່ຽວກັບການປະກອບເອກະສານເພື່ອຂໍອະນຸມັດງົບປະມານຂອງໂຄງການ ແລະ ສາມາດລົງບັນຊີລາຍຮັບ-ລາຍຈ່າຍ ຕາມແບບຟອມລາຍງານຂອງໂຄງການກຳນົດໃຫ້.