ໃນວັນທີ່ 12 ມັງກອນ 2023 ທີ່ຫ້ອງປະຊຸມພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດແຂວງຄໍາມ່ວນ

ໄດ້ຈັດກອງປະຊຸມທາງໄກຮ່ວມກັບຄະນະຊີ້ນຳ ແລະ ກຳມະການຄຸ້ມຄອງໂຄງການຂັ້ນສູນກາງ ແລະ ຂັ້ນແຂວງ,ຂັ້ນເມືອງເພື່ອລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ຂອງໂຄງການຄຸ້ມຄອງອ່າງຮັບນໍ້າໂດຍມີສ່ວນຮ່ວມຂອງຊຸມຊົນຢູ່ແຂວງ ຄຳມ່ວນ. ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຄຳໝັ້ນ ສໍປະເສີດ ຫົວໜ້າພະແນກຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ແຂວງຄຳມ່ວນ,ທ່ານ ທອດ ແວັດແຊວລ ຫົວໜ້າມຸນນິທິເອເຊຍ ປະຈຳ ສປປລາວ , ທ່ານ ນາງເດີຣິນເຮັນເດີຊັນ ຫົວໜ້າແຜນງານສິ່ງແວດລອ້ມ ແລະ ຄະນະຊີ້ນໍາໂຄງການຂັ້ນແຂວງ,

ພາກສ່ວນສູນກາງ,ມີຕາງໜ້າ ຫ້ອງວ່າການແຂວງ ແລະ ພະແນກການທີ່ກ່ຽວຂ້ອງພາຍໃນແຂວງ ,ຫ້ອງການ ຊສ ເມືອງ ມະຫາໃຊ ແລະ ເມືອງເຊບັ້ງໄຟ ໃນນັ້ນມີຜູ້ເຂົ້າຮວ່ມທັງໜົດ 20 ຄົນ,ຍິງ 8 ຄົນ.

ຈຸດປະສົງຂອງກອງປະຊຸມເພື່ອລາຍງານການປະເມີນຜົນໄດ້ຮັບໃນການຈັດຕັ້ງປະຕິບັດໂຄງການໄລຍະ 1 ປີຜ່ານມາ ຂອງໂຄງການດັ່ງກ່າວ,ກອງປະຊຸມໄດ້ຮັບຟັງການນໍາສະເໜີລາຍງານລະຫວ່າງ ຜູ້ປະສານງານໂຄງການປະຈຳພະແນກ ຊສ ແຂວງຄຳມ່ວນ,ໄດ້ຂື້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ ແລະ ທິດທາງແຜນການຕໍ່ໜ້າ.