Print

ໃນວັນທີ່ 17 ທັນວາ 2021 ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄໍາມ່ວນ. ໄດ້ເປີດກອງປະຊຸມ ຮັບຟັງການປະກາດໜ່ວຍພັກ,ໜ່ວຍຊາວໜຸ່ມ,ໜ່ວຍສະຫະພັນແມ່ຍິງ ແລະ ໜ່ວຍກຳມະບານ.ພາຍໃຕ້ການເປັນປະທານ, ທ່ານ ປອ ສິນນະສອນ ແສງຈັນທະວົງ, ຮອງຫົວໜ້າ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄຳມ່ວນ. ກອງປະຊຸມຄັ້ງນີ້ມີ ຫົວໜ້າຂະແໜງ ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການ,ມີຜູ້ເຂົ້າຮ່ວມທັງໝົດ 48  ທ່ານ,ຍິງ 26 ທ່ານ.ດັ່ງມີລາຍລະອຽດລຸ່ມນີ້:ຜ່ານມະຕິຕົກລົງປ່ຽນຊື່ໜ່ວຍພັກ ແລະ ແຕ່ງຕັ້ງບົ່ງຕົວຄະນະໜ່ວຍພັກ.