ໃນ​ວັນ​ທີ່ 10 ມັງ​ກອນ 2022​. ທີ່​ຫ້ອງ​ປະ​ຊຸມ ຫ້ອງວ່າ​ການ​ປົກ​ຄອງ​ ແຂວງ ຄໍາ​ມ່ວນ ໄດ້ເປີດກອງ​ປະ​ຊຸມກອງ​ປະ​ຊຸມສະ​ຫຼຸບຕີ​ລາ​ຄາ​ການ​ເຄື່ອນ​ໄຫວວຽກ​ງານ​ຮອບ​ດ້ານ​ປະ​ຈຳ​ປີ 2021 ແລະ ທິດ​ທາງ​ແຜນ​ການ ປີ 2022 ​ ຂອງ​ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳ​ມ່ວນ.ໂດຍ​ເປັນກຽດ​ ເປັນ​ປະທານ ທ່ານ ວັນ​ໄຊ ພອງ​ສະ​ຫວັນ ເຈົ້າ​ແຂວງໆ ຄຳ​ມ່ວນ ,ທ່ານ ປອ ໄຊ​ນະ​ຄອນ ອິນ​ທະ​ວົງ ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ  ທ່ານ ຄຳ​ໝັ້ນ ສໍ​ປະ​ເສີດ  ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ,  ​ມີ​ຕາງ​ໜ້າ​ກົມ​ທີ່​ກ່ຽວ​ຂ້ອງ ​ເຂົ້າ​ຮ່ວມ​ ເຈົ້າ​ເມືອງໆ 10 ຕົວ​ເມືອງ ,ຫົວ​ໜ້າ​ຫ້ອງ​ການ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ 10 ຕົວ​ເມືອງ ພ້ອມ​ດ້ວຍ​ພະ​ແນກ​ການ​ອ້ອມ​ຂ້​າງ​ແຂວງ ເຂົ້າ​ຮ່ວມທັງ​ໝົດ 96 ທ່ານ ຍິງ 22 ທ່ານ  ດັ່ງມີລາຍລະອຽດລຸ່ມນີ້:

  • ຜ່ານ​ຮ່າງ​ບົດ​ສະ​ຫຼຸບ​ການ​ເຄື່ອນ​ໄຫວ​ວຽກ​ງານ​ຮອບດ​້ານ​ປະ​ຈຳ​ປີ 2021 ແລະ ທິດ​ທາງ​ແຜນ​ການ​ປະ​ຈຳ​ປີ
  • ເມືອງ​ທ່າ​ແຂກ​ຂຶ້ນ​ມີ​ຄຳ​ເຫັນ ກ່ຽວ​ກັບ ການ​ຊີ້​ນຳ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​​ວຽກ​ງານແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ທີ່​ດິນ,ການ​ຊົດ​ເຊີຍ ແລະ ການ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ​ຂອງ​ຫົວ​ໜ່ວຍ​ທຸ​ລະ​ກິດ​ຄອບ​ຄົວ.
  • ​ເມືອງຍົມມະລາດຂຶ້ນມີຄຳເຫັນກ່ຽວກັບ ການຊີ້ນຳວຽກງານຂຶ້ນທະບຽນທີ່ດິນຕິດພັນກັບໂຄງການອອກໃບຕາດິນ.
  • ເມືອງຫີນບູນຂຶ້ນມີຄຳເຫັນກ່ຽວກັບ ການຊີ້ນຳວຽກງານສຳຫຼວດ-ວັດແທກ ແລະ ການອອກໃບຢັ້ງຢືນຮັບຮູ້ສິດຕິດພັນກັບໂຄງການຮັບຮູ້ສິດ,ການນຳໃຊ້ທີ່ດິນຂອງປະຊາຊົນໃນ 3 ປະເພດປ່າ.
  • ເມືອງໜອງບົກຂຶ້ນມີຄຳເຫັນກ່ຽວກັບ ການຊີ້ນຳວຽກງານການຈັດເກັບລາຍຮັບວິຊາການ ແລະ ລາຍຮັບຈາກພາສີທີ່ດິນໃນຂົງເຂດ ຊສ ເມືອງ.
  • ເມືອງຄູນຄຳ ຂຶ້ນມີຄຳເຫັນກ່ຽວກັບ ການຊີ້ນຳວຽກງານຈັດສັນ ແລະ ຄຸ້ມຄອງທີ່ດິນ ຕິດພັນກັບາການພັດທະນາແຫຼ່ງທ່ອງທ່ຽວ.
  • ກົມທີ່ດິນ, ກຊສ ຂຶ້ນມີຄຳເຫັນຊີ້ນຳການຈັດຕັ້ງປະຕິບັດວຽກງານຈັດສັນ ແລະ ຂຶ້ນທະບຽນອອກໃບຕາດິນ.
  • ກົມສິ່ງແວດລ້ອມ, ກຊສ ຂຶ້ນມີຄຳເຫັນຊີ້ນຳການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງສິ່ງແວດລ້ອມ - ສັງຄົມຂອງໂຄງການຂຸດຄົ້ນແຮ່ທາດແບບມອບເໝົາ.
  • ພະແນກແຜນການ ແລະ ການລົງທຶນ ຂຶ້ນມີຄຳເຫັນ ກ່ຽວກັບການຄຸ້ມຄອງການລົງທຶນພາຍໃນ ແລະ ຕ່າງປະເທດທີ່ຕິດພັນກັບຂົງເຂດ ຊສ.
  • ພະແນກກະສິກຳ ແລະ ປ່າໄມ້ ແຂວງ ຂຶ້ນມີຄຳເຫັນກ່ຽວກັບການຂຶ້ນທະບຽນອອກໃບຕາດິນໃນ 3 ປະເພດປ່າ.
  • ພະແນກການເງິນແຂວງ ຂຶ້ນມີຄຳເຫັນ ກ່ຽວກັບການຈັດເກັບລາຍຮັບຈາກພາສີທີ່ດິນ ຕິດພັນກັບຖານຂໍ້ມູນສຳມະໂນທີ່ດິນ.