ພະແນກຊັບຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂວງຄຳມ່ວນ ໄດ້ຈັດກອງປະຊຸມປິດໂຄງການຄຸ້ມຄອງອ່າງຮັບນໍ້າເທີນ-ນໍ້າກະດິງ ແລະ ສິ່ງແວດລ້ອມ ສົກປີ 2016-2020 ຢູ່ທີ່ຫ້ອງປະຊຸມພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຄໍາມ່ວນ  ຄັ້ງວັນທີ່ 23 ກັນຍາ 2022 ໃຫ້ກຽດເປັນປະທານໂດຍ ທ່ານ ປອ ສິນນະສອນ ແສງຈັນທະວົງ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລອ້ມແຂວງ ຄໍາມ່ວນ,ຫົວໜ້າຂະແໜງ,ຮອງຂະແໜງພອ້ມດວ້ຍພະນັກງານ-ວິຊາການ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດແຂວງ ໃນນັ້ນມີຜູ້ເຂົ້າຮ່ວມທັງໜົດ 30 ທ່ານ ຍິງ 3 ທ່ານ

  ໃນຕອນທ້າຍຂອງກອງປະຊຸມປິດໂຄງການຄັ້ງນີ້ ພະນັກງານ-ວິຊາການມີຄວາມຮູ້ຄວາມາມາດເຄື່ອນໄຫວໄດ້ ໃນການຄຸ້ມຄອງຢາຂ້າຫຍ້າ ແລະມີບັນດາໜ້າວຽກອື່ນໆອີກ ເປັນຕົ້ນແມ່ນ  ວຽກຝຶກອົບຮົມ ສ້າງຖານຂໍ້ມູນດ້ານ GIS ມີຜູ້ເຂົ້າຮວ່ມທັງໜົດ 18 ຄົນ,ຍິງ 5 ຄົນ,ສຳເລັດການຝຶກອົບຮົມການຄຸ້ມຄອງຊັບພະຍາກອນນໍ້າແບບປະສົມປະສານ 2 ຄັ້ງມີຜູ້ເຂົ້າຮວ່ມທັງ 28 ຄົນ,ຍິງ 7 ຄົນ,ສຳເລັດການຝຶກອົບຮົມສ້າງແຜນທີ່ຊັບພະຍາກອນນໍ້າມີຜູ້ເຂົ້າຮວ່ມທັງໜົດ 17 ຄົນ,ຍິງ 5 ຄົນ.