ກອງປະຊຸມດັ່ງກ່າວໄດ້ຈັດຂື້ນໃນວັນທີ່ 19 ຕຸລາ 2022ທີ່ໂຮງແຮມທ່າແຂກໃໜ່ໂດຍການໃຫ້ກຽດເປັນປະທານຂອງທ່ານ ປອ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງໆຄຳມ່ວນ, ມີທ່ານ ຄຳໜັ້ນ ສໍປະເສີດ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລອ້ມແຂວງ,ບັນດາທ່ານຕາງໜ້າຈາກກົມ,ຂະແໜງການທີ່ກ່ຽວຂອ້ງຂັ້ນສູນກາງ,ຂັ້ນແຂວງຕະຫຼອດຮອດຊ໋ຽວຊານຈາກອົງການຈັດຕັ້ງສາກົນ ແລະ ຕາງໜ້າເມືອງ
ເປົ້າໜາຍຂອງໂຄງການເຂົ້າຮ່ວມໃນກອງປະຊຸມແມ່ນໄດ້ຮັບຟັງການລາຍງານຜົນໄດ້ຮັບໂຄງການທົດລອງການຮັບຮູ້ສິດຄອບຄອງນຳໃຊ້ທີ່ດິນຂອງປະຊາຊົນທີ່ອາໃສຢູ່ໃນ 3 ປະເພດປ່າ ຢູ່ແຂວງຄຳມ່ວນເຊິ່ງລວມມີທັງໜົດ 7 ບ້ານຄື:ປ່າປອ້ງກັນພູງູ,ເມືອງຫີນບູນ 2 ບ້ານ,ປ່າຜະລິດດົງພູຊອຍ ເມືອງ ເຊບັ້ງໄຟ 2 ບ້ານແລະອຸທະຍານແຫ່ງຊາດນໍ້າເທີນ-ນາກາຍ 3 ບ້ານທີ່ຈັດຕັ້ງປະຕິບັດໄດ້ໂດຍກົມທີ່ດິນກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ.
ຈຸດປະສົງເປົ້າໜາຍຂອງໂຄງການດັ່ງກ່າວແມ່ນເພື່ອສ້າງແຜນທີ່ຈັດສັນ ແລະ ວາງແຜນການນຳໃຊ້ທີ່ດິນຂັ້ນບ້ານທີ່ນອນຢູ່ໃນຂອບເຂດ 3 ປະເພດປ່າຄື:ປ່າສະຫງວນ,ປ່າປ້ອງກັນ ແລະ ປ່າຜະລິດ ກຳນົດຂອບເຂດທີ່ດິນ 8 ປະເພດໃຫ້ລະອຽດເພື່ອສຳຫຼວດ-ວັດແທກແລະສ້າງແຜນທີ່ຕາດິນອອກໃບຢັ້ງຢືນການສຳຫຼວດວັດແທກທີ່ດິນເພື່ອຮັບຮູ້ສິດຄອບຄອງນຳໃຊ້ຂັ້ນຟື້ນຖານໃຫ້ແກ່ປະຊາຊົນທີ່ຢູ່ອາໃສຢູ່ໃນເຂດ 3 ປະເພດປ່າຂອງບ້ານເປົ້າໜາຍຢູ່ແຂວງຄຳມວ່ນ ເພື່ອເປັນການສ້າງປັບປຸງນິຕິກຳແລະບັນດາຄູ່ມືຕ່າງໆ ເປັນຮູບແບບຜັນຂະຫຍາຍໄປນຳໃຊ້ໃນຂອບເຂດທົ່ວປະເທດ.