ພິທີປະກາດການຈັດຕັ້ງດັ່ງກ່າວໄດ້ຈັດຂື້ນໃນຕອນບ່າຍວັນທີ 25 ຕຸລາ 2022 ທີ່ຫ້ອງວ່າການແຂວງຄໍາມ່ວນ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ,  ທ່ານ ຄໍາໜັ້ນ ສໍປະເສີດ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ມີຄະນະຈັດຕັ້ງແຂວງ, ພະແນກການອ້ອມຂ້າງ,  ຕະຫລອດຮອດບັນດາຫ້ອງການ ຊສ ໃນ 10 ຕົວເມືອງ ແລະ ພະນັກງານ-ລັດຖະກອນ ພະແນກ ຊສ ແຂວງເຂົ້າຮ່ວມຢ່າງພ້ອມພຽງ.

.

ໃນພິທີອັນມີຄວາມໝາຍ, ຄວາມສໍາຄັນ ທ່ານ ນາງ ມຸນທາ ລັດຖະຈັກ ຮອງຫົວໜ້າຄະນະຈັດຕັ້ງແຂວງຄໍາມ່ວນ ໄດ້ເປັນກຽດຜ່ານຂໍ້ຕົກລົງຂອງຂອງ ທ່ານເຈົ້າແຂວງຄຳມ່ວນ ສະບັບເລກທີ 202/ຈຂ, ວ່າດ້ວຍ ການແຕ່ງຕັ້ງຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຄຳມ່ວນ ຈໍານວນ 2 ທ່ານ, ປະກອບມີ: ທ່ານ ສີປະໄທ ເພົາພົງສະຫວັດ ຮອງເລຂາຄະນະພັກຮາກຖານ, ຫົວໜ້າຂະແໜງສິ່ງແວດລ້ອມ, ເປັນຮອງຫົວໜ້າພະແນກ ຊສ ແຂວງຄຳມ່ວນ ແລະ ທ່ານ ແກ້ວບຸນຂັວນ ໄຊຍະວົງສາ ຄະນະພັກຮາກຖານ, ຫົວໜ້າຫ້ອງການບໍລິຫານ, ແຜນການ ແລະ ການເງິນ, ເປັນຮອງຫົວໜ້າພະແນກ ຊັບພະຍາອກນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຄໍາມ່ວນ. ນອກນີ້, ພິທີຍັງໄດ້ຮັບຟັງ ການລາຍງານຜົນການຈັດຕັ້ງປະຕິບັດເຄື່ອນໄຫວວຽກງານ 9 ເດືອນຜ່ານມາ ແລະ ທິດທາງແຜນການ 3 ເດືອນ ທ້າຍປີ 2022, ທີ່ສະເໜີໂດຍ ທ່ານ ຄໍາໝັ້ນ ສໍປະເສີດ ຫົວໜ້າພະແນກ ຊສ ແຂວງຄຳມ່ວນ ເຊິ່ງໄດ້ຍົກໃຫ້ເຫັນຜົນງານທີພົ້ນເດັ່ນໃນຫຼາຍດ້ານ, ຕະຫຼອດເຖິງດ້ານດີ ແລະ ດ້ານອ່ອນ, ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ, ພ້ອມທັງບົດຮຽນທີ່ຖອດຖອນໄດ້ ແລະ ແຜນວຽກຈຸດສຸມໃນ 3 ເດືອນຕໍ່ໜ້າ ທີ່ພະແນກຊັບພາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ຈະຕ້ອງໄດ້ເອົາໃຈໃສ່ຊີ້ນໍາ ຂະແໜງການ ແລະ ຫ້ອງການ ຊສ 10 ຕົວເມືອງ ໃນການຜັນ​ຂະຫຍາຍ​ບັນດາ​ນະ​ໂຍບາຍ​ຕ່າງໆ ທີ່​ພົວພັນ​ກັບ​ວຽກງານທີ່ດິນ, ​ສິ່ງແວດລ້ອມ, ນ້ຳ, ອຸຕຸນິຍົມ ແລະ ອຸທົກກະສາດ ທີ່​ລັດ​ຖະບານ​ໄດ້​ກຳນົດ​ມາ​ແລ້ວ​ນັ້ນໃຫ້​ຄົບ​ຖ້ວນ ​ແລະ ກ້ວາງ​ຂວາງ​ອອກ​ຕື່ມ.

ໂອກາດດັ່ງກ່າວນີ້ ພິທີຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາ ຂອງທ່ານ ວັນໄຊ ພອງສະຫັວນ ເຈົ້າ ແຂວງໆ ຄໍາມ່ວນ ທີ່ໄດ້ເນັ້ນໜັກໃນຫລາຍບັນຫາ ເປັນຕົ້ນແມ່ນ: ມອບໃຫ້ຄະນະພັກ ຄະນະພະແນກ ຊສ ສຶບຕໍ່ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ລັດຖະກອນທີຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ເປັນປົກກະຕິ, ເພີ່ມທະວີການນໍາພາ-ຊີ້ນໍາຂອງຄະນະພັກ, ຄະນະພະແນກ, ຄະນະຂະແໜງ, ຫ້ອງການຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ​ເມືອງ, ເປັນເສນາທິການ ໃຫ້ແກ່ການຈັດຕັ້ງແຕ່ລະຂັ້ນ, ພ້ອມກັນແກ້ໄຂ້ບັນຫາປະກົດການຫຍໍ້ທໍ້ຕ່າງໆ ທີເກີດຂຶ້ນໃນຖັນແຖວພະນັກ-ລັດຖະກອນຂອງຕົນ ໃຫ້ຖືກຕ້ອງ ຕາມລະບຽບກົດໝາຍ, ສຶບຕໍ່ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງໃຫ້ສົມຄູ່ກັບພາລະບົດບາດ ລວມທັງກວດກາ ການນໍາພາ-ຊີ້ນໍາຮອບດ້ານ, ໃຫ້ຕິດພັນກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ເອົາໃຈໃສ່ປະສານສົມທົບລະຫວ່າງສາຍຕັ້ງ, ສາຍຂວາງ, ບັນດາຫ້ອງການ ຊັບເມືອງ, ບ້ານ ໃນການແກ້ໄຂ້ບັນຫາທີ່ດິນ, ບັນຫາສິ່ງແວດລ້ອມໃນຂົງເຂດຊັບ ພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ທີຕິດພັນກັບສັງຄົມ, ພໍ່ແມ່ປະຊາຊົນ ແລະ ຫຼາຍພາກສ່ວນ ເພື່ອເຮັດໃຫ້ບັນຫາເຫຼົ່ານັ້ນຫຼຸດໜ້ອຍຖ້ອຍລົງ, ສືບ​ຕໍ່​ເອົາ​ໃຈ​ໃສ່​ເຕົ້າ​ໂຮມ​ຄວາມ​ສາ​ມັກ​ຄີ​ເປັນ​ເອ​ກະ​ພາບ​ພາຍ​ໃນ​ພັກ, ກໍ່​ຄື​ໝູ່​ຄະ​ນະ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ, ເອົາ​ໃຈ​ໃສ່​ເພີ່ມ​ທະ​ວີ​ໃນ​ການ​ບຳ​ລຸງກໍ່​ສ້າງ​ພະ​ນັກ​ງານ​ຂອງ​ຕົນ ໃຫ້​ມີ​ຄວາມ​ເຂັ້ມ​ແຂງ​ທາງ​ດ້ານ​ເຕັກ​ນິກວິ​ຊາ​ການ ​ທີ່ສໍາຄັນໃຫ້ຍືດໝັ້ນໃນຈັນຍາບັນ, ຈັນຍາທໍາຂອງພະນັກງານ-ລັດຖະກອນ ໃນການປະຕິບັດໜ້າທີ່ວິຊາສະເພາະ, ສຳ​ລັບ​ບັນ​ດາທ່ານ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງປະ​ກາດ​ໃນ​ຄັ້ງນີ້ ກໍ່ຕ້ອງ​ເພີ່ມ​ທະ​ວີ​ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ, ຄວາມ​ເປັນ​ເຈົ້າ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ເມືອງ​ທີ່​ໄດ້​ຮັບ​ມອບ​ໝາຍ, ພ້ອມ​ກັນ​ບຸກ​ບືນ​ ​ເອົາ​ໃຈ​ໃສ່​ຊອກ​ຮູ້​ຮ່ຳ​ຮຽນ​ນຳ​ຂັ້ນ​ເທິງ, ນຳ​ເພື່ອນ​ຮ່ວມ​ງານ ແລະ ຮັບ​ຟັງ​ຄຳ​ຄິດ​ຄໍາ​ເຫັນ​ຂອງ​ໝູ່​ຄະ​ນະ ເພື່ອ​ພ້ອມ​ກັນ​ນຳ​ພາ-ຊີ້​ນຳ​ວຽກ​ງານຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ໃຫ້​ມີ​ຜົນ​ສຳ​ເລັດດີ​ຂຶ້ນ​.