ພະແນກຊັບຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຄຳມ່ວນ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມບັນດານິຕິກຳກ່ຽວກັບວຽກງານກວດກາ ແລະ ເອກະສານສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມຄົບຮອບ 60 ປີ ຢູ່ທີ່ຫ້ອງປະຊຸມພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຄໍາມ່ວນ ຄັ້ງວັນທີ່ 11 ພະຈິກ 2022 ໃຫ້ກຽດເປັນປະທານໂດຍ ທ່ານ ປອ ສິນນະສອນ ແສງຈັນທະວົງ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລອ້ມແຂວງ ຄໍາມ່ວນ, ຫົວໜ້າຂະແໜງ,ຮອງຂະແໜງພອ້ມດວ້ຍພະນັກງານ-ວິຊາການ,ອາສາສະໜັກ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດແຂວງ ໃນນັ້ນມີຜູ້ເຂົ້າຮ່ວມທັງໜົດ 48 ທ່ານ ຍິງ 18 ທ່ານ