ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລອ້ມແຂວງຄຳມ່ວນ ໄດ້ຈັດກອງປະຊຸມຂື້ນຢູ່ທີ່ຫ້ອງປະຊຸມຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລອ້ມແຂວງ ຄັ້ງວັນທີ່ 29 ພະຈິກ 2022ໃຫ້ກຽດເປັນປະທານໂດຍ ທ່ານ ຄຳໜັ້ນ ສໍປະເສີດ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລອ້ມແຂວງຄໍາມ່ວນ ມີຫົວໜ້າຂະແໜງ ຮອງຂະແໜງ ພອ້ມດວ້ຍພະນັກງານ-ວິຊາການ ແລະ ອາສາສະໜັກເຂົ້າຮ່ວມຢ່າງພ້ອມພຽງ,ກອງປະຊຸມ ຜ່ານເອກະສານວັນສະຖາປານາ ສປປ ລາວ ຄົບຮອບ 47 ປີ ແລະ ເອກະສານ ວັນຄ້າຍວັນເກີດ ຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ( 13 ທັນວາ 1920 – 13 ທັນວາ 2022 ) ແລະ ເອກະສານ ປະຫວັດຄວາມເປັນມາວັນສາກົນຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ວັນທີ່ 25 ພະຈິກ ປີ2022, ເອກະສານ ສານຂອງພານະທ່ານ ຄຳພັນ ວິພາວັນ ນາຍົກລັດຖະ
ມົນຕີແຫ່ງ ສປປ ລາວ,ກ່າວເນື່ອງໃນໂອກາດວັນລະນຶກສາກົນເພື່ອລົບລ້າງທຸກຮູບແບບການໃຊ້ຄວາມຮຸນແຮງຕໍ່ແມ່ ເດັກຍິງ ເຊິງມີຜູ້ເຂົ້າຮວ່ມທັງໜົດ 72 ຄົນ, 31ຍິງ.