ໃນວັນທີ່ 17 ມັງກອນ 2023 ທີ່ຫ້ອງປະຊຸມຫ້ອງວ່າການແຂວງຄໍາມ່ວນ ໄດ້ຈັດກອງປະຊຸມສະຫຼູບການເຄື່ອນ
ໄຫວວຽກງານຮອບດ້ານປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023 ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປອ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງໆຄຳມ່ວນ,ທ່ານ ຄໍາໜັ້ນ ສໍປະເສີດ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຄຳມ່ວນ ມີຕາງໜ້າກົມທີ່ດິນ ,ບັນດາທ່ານເຈົ້າເມືອງໃນ 10 ເມືອງ,ຕະຫຼອດຮອດ ຫົວໜ້າຫ້ອງການ ຊສ ເມືອງ 10 ເມືອງ ແລະ ແຂກຖຶກເຊີນເຂົ້າຮວ່ມ.ໃນນັ້ນມີຜູ້ເຂົ້າຮ່ວມທັງໜົດ 86 ທ່ານ,ຍິງ 24 ທ່ານ.
ທ່ານ ປອ ສິນນະສອນ ແສງຈັນທະວົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄຳມ່ວນ ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຮອບດ້ານປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023 ໂດຍສະເພາະແມ່ນວຽກງານທີ່ດິນ, ວຽກງານສິ່ງແວດລ້ອມ, ການປະຕິບັດບັນດາຕົວເລກຄາດໜາຍສູ້ຊົນໃນແຕ່ດ້ານທີ່ສະແດງເຖິງຜົນສຳເລັດ,ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ຕໍ່ການປະຕິບັດວຽກງານໄນໄລຍະ 1 ປີຜ່ານມາ,ສຳເລັດການລົງຊຸກຍູ້ການເກັບກຳຂໍ້ມຸນເພື່ອປັບປຸງຕົວເລກສຳມະໂນທີ່ດິນ ຮອດປີ 2022 ມີຕົວເລກ ສຳມະໂນທີ່ດິນທັງໜົດ 191.712 ຕອນ ມີເນື້ອທີ່ 217.464,61 ຮຕ ຊື່ງເຫັນໄດ້ວ່າເພີ່ມຂຶ້ນຈາກປີຜ່ານມາ 8.117 ຕອນ ເມືອສົມທຽມໃສ່ແຜນການປະຈຳປີເທົ່າກັບ 257,51% ນອກນັ້ນກໍ່ຍັງໄດ້ສໍາເລັດການມອບຮັບຂໍ້ມູນດັ່ງກ່າວໃຫ້ ຫ້ອງການການເງິນເມືອງທັງ 10 ຕົວເມືອງ ເພື່ອນຳໃຊ້ເປັນຂໍ້ມູນພື້ນຖານໃນການຈັດເກັບລາຍຮັບຈາກພາສີທີ່ດີນໃນສົກປີ 2023.ຈັດຕັ້ງເຜີຍແຜ່ຜັນຂະຫຍາຍວຽກງານ ສ້າງບ້ານຕົວແບບສີຂຽວສະອາດງາມຕາສຳເລັດ 4 ບ້ານ ພ້ອມທັງສົ່ງເສີມແລະປູກຝັງຈິດສຳນຶກກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ເຂົ້າຢູ່ໃນລະບົບການສຶກສາ ໂດຍເລັ່ງໃສ່ໂຮງຮຽນຕົວແບບໃນວຽກງານຂຽວສະອາດງາມຕາສຳເລັດ 10 ໂຮງຮຽນ ແລະ ໄດ້ມີການເຜີຍແຜ່ນິຕິກຳຕ່າງໆ ກ່ຽວກັບວຽກງານຂຽວສະອາດງາມຕາ.ພ້ອມນີ້ບັນດາຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດ,ຄຳເຫັນ ເພື່ອໃຫ້ວຽກງານດັ່ງກ່າວຄົບຖ້ວນສົມບູນ ແລະ ນຳໄປຈັດຕັ້ງປະຕິ ບັດໃຫ້ມີຜົນສຳເລັດ.