ໃນຕອນເຊົ້າຂອງວັນທີ່ 30 ມີຖຸນາ 2020 ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄຳມ່ວນ, ໄດ້ຈັດກອງປະຊຸມຝຶກອົບຮົມລະບົບການລົງບັນຊີແຫ່ງລັດ - ບັນຊີຄູ່ ຂອງຂະແໜງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂຶ້ນໂດຍການເຂົ້າຮ່ວມ ເປັນປະທານຂອງ ທ່ານ ຄຳສອນ ອ້ວນທະວີ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນທຳ ມະຊາດ ແລະ ສິ່ງ ແວດລ້ອມ. ມີທ່ານ ຄໍາສອນ ແສງວົງໄຊ  ຫົວໜ້າຂະແໜງບັນຊີ ພ້ອມດ້ວຍຄູຝຶກ  3 ທ່ານ ( ພະແນກ ການ ເງິນແຂວງ ).

ມີນັກສໍາມະນາກອນຕາງໜ້າຈາກຂະແໜງການ ພາຍໃນ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ຕາງໜ້າ ຫ້ອງການ ຊສ ເມືອງ 10 ຕົວເມືອງ ມີຜູ້ເຂົ້າຮ່ວມທັງໜົດ ຈຳນວນ 32 ທ່ານ, ຍິງ ທ່ານ, ການຝຶກອົບຮົມໃນຄັ້ງນີ້ແມ່ນໃຊ້ເວລາ 3 ວັນ, ນັບວັນທີ່ 30 ມີຖຸນາ - ຫາ ວັນທີ່ 2 ກໍລະກົດ 2020 ເຖິງຈະສໍາເລັດ.