ໃນວັນທີ 20 ສິງຫາ 2020 ເວລາ 09:00 ທີ່ ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມແຂວງ ຄຳມ່ວນ ໄດ້ຈັດກອງປະຊຸມພາຍໃຕ້ການເປັນປະທານຂອງທ່ານ ປອ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງ ແຂວງຄຳມ່ວນ ໂດຍມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງຂອງລັດຖະ ບານ ທັງສູນກາງ ແລະ ທ້ອງຖິ່ນ ແລະ ຜູ້ພັດທະນາເຂົ້າຮ່ວມຕາມການເຊີນຢ່າງພ້ອມພຽງ ມີຜູ້ເຂົ້າ ຮ່ວມທັງໜົດ 42 ທ່ານ,ຍິງ 5 ທ່ານ. ຈຸດປະສົງຂອງຂອງປະຊຸມ ເພື່ອປຶກສາຫາລືຕໍ່ກັບຂໍ້ກັງວົນ ຂອງ ລັດຖະບານຕໍ່ກັບຈຸດທີ່ຕັ້ງຂອງໂຄງານ ທີ່ອາດສົ່ງຜົນກະທົບຕໍ່ກັບການສະເໜີ ອຸດທິຍານພູຫີນ ໝາມ ໜໍ່ເຂົ້າເປັນມໍລະດົກໂລກໃນອະນາຄົດອັນໃກ້ນີ້, ພາຍຫຼັງທີ່ບັນດາຜູ້ເຂົ້າຮ່ວມປະຊຸມທັງໝົດໄດ້ລົງກວດ ແລະ ສັງເກດການຕົວຈິງຕໍ່ກັບຈຸດທີ່ຕັ້ງຂອງໂຄງການ ໄຟຟ້າພະລັງຄວາມຮ້ອນຖ່ານຫີນບູລະພາ ໂຄງ ການ ສິ່ງທີ່ໄດ້ຍົກຂຶ້ນມາປຶກສາຫາລືໃນທີ່ປະຊຸມ.

 

 

    ກອງປະຊຸມຄັ້ງນີ້ແມ່ນມີຄວາມສໍາຄັນຫຼາຍ ເພາະຈະເປັນບ່ອນອີງໃຫ້ແກ່ການ ພິຈາລະນາຂອງລັດຖະ ບານ ຕາມແຈ້ງການສະບັບເລກທີ 864/ຫສນຍ,ລົງວັນທີ່ 13 ສິງຫາ 2020 ການຄົ້ນຄ້ວາ ທາງດ້ານວິຊາການ ຂອງທີ່ປະຊຸມຄວນເບິ່ງບັນຫາທາງດ້ານພາວະວິໃສ ແລະ ໃຫ້ເນັ້ນໜັກທາງດ້ານນິ ຕິກຳທີ່ກ່ຽວຂ້ອງຂອງ ສປປລ ເປັນຫຼັກອີງໃສ່ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ສັບ ບັບທີ່ 9 ທີ່ກຳລັງຄົ້ນຄ້ວາໃນ ປັດຈຸບັນ,ໃນນັ້ນ ໄດ້ກຳນົດໃຫ້ ແຂວງຕ້ອງລະດົມທຶນໃຫ້ໄດ້ຢ່າງນ້ອຍ 15,000 ຕຶ້ກີບ ສະເພາະໂຄງການນີ້, ຖ້າໄດ້ຮັບການພັດທະນາກໍ່ຈະເຮັດໃຫ້ແຂວງມີລາຍຮັບຫຼາຍກ່ວາ 25,000 ຕື້ກີບ.ນອກຈາກນີ້,ແຂວງຍັງຈະໄດ້ຮັບຜົນປະໂຫຍດທາງ ອ້ອມໃນດ້ານອື່ນໆ ອີກທັດສະນະ ສ່ວນຕົວ ຖ້າວິຊາການເປັນເອກະພາບກັນຕໍ່ກັບຈຸດທີ່ຕັ້ງຂອງ ໂຄງການທີ່ຜູ້ພັດທະນາສະເໜີໃໝ່ນັ້ນອາດບໍ່ມີບັນ ຫາຫຍັງຕໍ່ກັບການສະເໜີເຂົ້າເປັນມໍລະດົກໂລກ ຂອງອຸດທິຍານດັ່ງກ່າວ ເພາະໄລຍະຫ່າງຂອງຈຸດທີ່ຕັ້ງ ໂຄງການໃໝ່ນັ້ນ ແມ່ນຢູ່ນອກເຂດທີ່ກົດໜາຍກຳນົດ. ໃນດ້ານຫຼັກການແມ່ນເຫັນດີໃຫ້ຫຍັບຫ່າງ ອອກໄປຈາກ ຈຸດເດີມທີ່ຖືກຮັບຮອງ ແລ້ວນັ້ນ,ແຕ່ໃຫ້ສົມ ທຽບຈຸດທີ່ຜູ້ພັດ ທະນາສະເໜີ ໃໝ່ ກັບ ແຂວງ ສະເໜີນັ້ນມີຄວາມແຕກຕ່າງກັນແນວ ໂດຍສະເພາະຈຸດດີ ແລະ ຈຸດອ່ອນ ຂອງແຕ່ລະຈຸດ ມີຫຍັງ, ຜູ້ເຂົ້າຮ່ວມປະຊຸມໄດ້ລົງກວດກາ ແລະ ສັງເກດການຕົວຈິງທີ່ພາກສະ ໜາມໃນວັນທີ່ 19​ ສິງ ຫາ 2020, ກອງປະຊຸມ ໂດຍພຶ້ນຖານ ແມ່ນເຫັນ ດີເປັນເອກະພາບຕໍ່ກັບຈຸດທີ່ 1 ,ກອງປະຊຸມໄດ້ ຄົ້ນຄ້ວາ ແລະ ວິເຄາະດ້ານດີ ແລະ ດ້ານອ່ອນຕໍ່ກັບຈຸດທີ່ 1​ ແລະຈຸດທີ່ 2 ຜ່ານການວິ ເຄາະຂອງ ທີ່ປະຊຸມແມ່ນເຫັນດີເລືອກເອົາຈຸດທີ່ 1 ,ກອງປະຊຸມໄດ້ຕີລາຄາ ໂດຍອີງ ໃສ່ກົດ ໜາຍປ່າໄມ້ ແລະ ດຳ ລັດ ນາຍົກລັດຖະມົນຕີເຫັນວ່າຈຸດທີ່ 1 ບໍ່ຂັດ,ສະເໜີ ກົມມໍລະດົກ ໂລກ ແລະ ກົມປ່າໄມ້ ຢັ້ງຢືນຢ່າງ ຄັກແນ່ຕໍ່ກັບຈຸດທີ່ 1 ເພື່ອເປັນບ່ອນອີງແກ່ການ ລາຍງານຄືຍັງ ລັດຖະບານ ເພື່ອພິຈາລະນາອະນຸມັດ, ດິນທີ່ໄດ້ຊົດເຊີຍໄປແລ້ວ ຈະມີສຶກສາລາຍລະອຽດເພີ່ມຕື່ມເພື່ອ ສົມທຽມເປັນທາງການ ເລືອກກັບ ຈຸດ ອື່ນ,ສຳລັບບັນຫາຊົນລະປະທານ ຜູ້ພັດທະນາຈະສຶບຕໍ່ແກ້ໄຂຕາມ ທີ່ໄດ້ຕົກລົງກັນໃນບົດບັນທຶກລະ ຫວ່າງຜູ້ພັດດທະນາ ແລະ ພະແນກກະສິກຳ ແລະ ປ່າໄມ້ແຂວງ ຄຳມ່ວນ.

      ກອງປະຊຸມປິດລົງໂດຍໄດ້ຮັບຜົນສຳເລັດເປັນຢ່າງດີ,ໃນເວລາ 12: ຂອງວັນດຽວກັນ