Print

          

      

   

ໃນວັນທີ່ 10 ກັນຍາ 2020  ທີ່ຫ້ອງປະຊຸມພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄຳມ່ວນ ສະຫະພັນກຳມະບານແຂວງ ຄຳມ່ວນ ໄດ້ລົງເຄື່ອນໄຫວເຜີຍແຜ່ເນື້ອໃນມະຕິກອງ ປະຊຸມໃຫ່ຍຄັ້ງທີ່ຂອງຜູ້ສະຫະພັນກຳມະບ້ານແຂວງ ຄຳມ່ວນ ພ້ອມທັງເຜີຍແຜ່ກົດລະບຽບກອງທຶນສະ ບັບປັບປຸງໂດຍເປັນປະທານ ຂອງທ່ານ ສຸກກະຖາ ວັນນະລາດ ປະທານກຳມະບານຮາກຖານພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໃຫ້ກຽດເຂົ້າຮ່ວມ ທ່ານ ໂຕເຊີນ ອຸດທັດສີ ປະທານ ສະຫະພັນກຳມະບານແຂວງ, ໃຫ້ກຽດເຂົ້າຮ່ວມ ທ່ານ ແກ້ວບຸນຂັວນ ໄຊບະວົງສາ ຄະນະພັກຮາກຖານ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ມີຫົວໜ້າ ຂະແໜງ,ຮອງຫົວໜ້າຂະແໜງ ແລະ ພະນັກງານ ,ສະມາຊິກກຳມະບານເຂົ້າຮ່ວມທັງໝົດ 81 ທ່ານ ຍິງ 38 ທ່ານ ໃນພິທີ ທ່ານ ໂຕເຊີນ ອຸດທັດສີ ປະທານສະຫະພັນກຳມະບານແຂວງ ຍັງໄດ້ຂື້ນຜ່ານ ກົດລະບຽບ ກອງທຶນສະບັບປັບປຸງໃໝ່ ແລະ ເຜີຍແຜ່ມະຕິກອງປະຊຸມໃຫ່ຍຄັ້ງທີ່ VII ຂອງຜູ້ສະຫະພັນກຳມະບານ ແຂວງ ຄຳມ່ວນ ຕື່ມອີກ.