ໃນຕອນເຊົ້າຂອງວັນທີ່  22 ກັນຍາ 2020 ທີ່ຫ້ອງປະຊຸມພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ແຂວງຄຳມ່ວນ. ໄດ້ເປີດກອງປະຊຸມປຶກສາຫາລືແລກປ່ຽນບົດຮຽນເພື່ອຍົກລະດັບດ້ານຂ່າວ ປະຊາສຳພັນ,ການປັບປຸງເວບໄຊ, ການບໍລິຫານເອກະສານທາງລັດຖະການ, ຂຶ້ນບັນຊີຊັບສິນຂອງລັດ ແລະ ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ.

ໂດຍພາຍໃຕ້ການເປັນປະທ່ານ ພູວຽງ ຂັນ ທະວົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຄຳມ່ວນ  ເປັນກຽດເຂົ້າຮ່ວມໂດຍທ່ານ ສີສະເຫວີຍ ຈິດຕະສຸພາ ຫົວໜ້າພະແນກ ສົ່ງເສີມຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກ ພ້ອມດ້ວຍຄະນະ ຈຳນວນ 4 ທ່ານ, ມີຜູ້ເຂົ້າຮ່ວມ ທັງໝົດ 12 ທ່ານ ຍິງ 8 ທ່ານ. ກອງປະຊຸມຄັ້ງນີ້ ແມ່ນໄດ້ປຶກສາຫາລືແລກປ່ຽນບົດຮຽນເພື່ອແນະນຳ ກ່ຽວກັບວຽກງານຄຸ້ມຄອງບໍລິຫານຫ້ອງການ, ຕິດຕາມການຂຶ້ນບັນຊີຊັບສິນຂອງລັດ,ເສີມ ສ້າງ ຄວາມ ເຂັ່ມແຂງຂອງວຽກງານສາມສ້າງ, ຊ່ວຍໃນການປັບປຸງວຽກງານເຕັກໂນໂລຊີ, ຂໍ້ມູນຂ່າວສານປະຊາສຳ ພັນຂອງ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ແຂວງ, ແນະນຳການ ສັງລວມເອກະ ສານທາງດ້ານລັດຖະການ ວຽກງານ-ຂາເຂົ້າ-ອອກ, ການຈໍລະຈອນແຈກຢາຍເອກະສານ, ການສະຫຼຸບ ສັງລວມວຽກປະຈຳໄຕມາດ (  1 ເດືອນ, 3 ເດືອນ, 6 ເດືອນ ແລະ 1 ປີ) ໄດ້ປຶກສາຫາລືຂອດ ປະສານງານ ແລະ ຜ່ານພາລະບົດບາດວ່າດ້ວຍແມ່ຍິງ-ເດັກນ້ອຍ. ແລະວຽກສົ່ງເສີມຄວາມກ້າວໜ້າ ແມ່ຍິງ, ກອງປະຊຸມຊຸກຍູ້ວຽກງານຫ້ອງການ ໃນຄັ້ງນີ້ຍັງໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກ ງານໃນໜ່ຶ່ງປີຜ່ານມາທາງດ້ານດີ ແລະ ຂໍ້ຄົົງຄ້າງໄດ້ມີການສົນທະນາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນພ້ອມທັງຍົກບົດຮຽນຕົວຈິງເພື່ອນຳມາຄົ້ນຄ້ວາ ແລະ ເອກພາບໃນການຈັດຕັ້ງປະຕິບັດ ໃນ ຕໍ່ໜ້າ.