ໃນຕອນເຊົ້າຂອງວັນທີ່  7 ຕຸລາ 2020 ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມແຂວງ ຄຳມ່ວນ. ໄດ້ເປີດກອງປະຊຸມທົດລອງການປະຊຸມທາງໄກ ໂດຍພາຍໃຕ້ການເປັນປະ ທານ ທ່ານ ປອ ສິນນະສອນ ແສງຈັນທະວົງ ຮອງຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມແຂວງ ຄຳມ່ວນ. ມີຜູ້ເຂົ້າຮ່ວມທັງໝົດ 9 ທ່ານ, ຍິງ 2 ທ່ານ. ເນື້ອໃນຕົ້ນ ຕໍຂອງກອງ ປະຊຸມຄັ້ງນີ້ແມ່ນ. ທົດລອງການປະຊຸມທາງໄກ ກັບ ຫົວໜ້າຫ້ອງການ ກະຊວງພະແນກຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ເພື່ອກວດກາຄວາມພ້ອມ ແລະ ລາຍງານ ຄະນະນຳ ກະຊວງພະແນກຊັບ ພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.