ໃນຕອນເຊົ້າຂອງວັນທີ່  16 ຕຸລາ 2020 ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ. ໄດ້ເປີດກອງປະຊຸມປຶກສາຫາລືກ່ຽວກັບການປັບປຸງແຜນການຄຸ້ມຄອງອ່າງຮັບນ້ຳເຊບັ້ງໄຟ ໂດຍພາຍໃຕ້ການເປັນປະທານ ທ່ານ ສຸຂະຖາ ວັນນະລາດ  ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ. ເປັນກຽດ ເຂົ້າຮ່ວມໂດຍທ່ານ ວຽງໄຊ ສໍພະຈັນ ຫົວໜ້າພະແນກສັງລວມ ກອງເລຂາ ຄມຊ  ມີຜູ້ເຂົ້າຮ່ວມໝົດ 21 ທ່ານ ຍິງ 5 ທ່ານ. ເນື້ອໃນຕົ້ນຕໍຂອງກອງປະຊຸມຄັ້ງນີ້ແມ່ນປຶກສາຫາລືກ່ຽວກັບການປັບປຸງແຜນການຄຸ້ມຄອງອ່າງຮັບນ້ຳເຊບັ້ງໄຟ.

- ຄວາມເປັນມາ ແລະ ຄວາມຄືບໜ້າຂອງການປັບປຸງແຜນການຄຸ້ມຄອງອ່າງຮັບນ້ຳເຊບັ້ງໄຟ.

- ຮ່າງສາລະບານຄຸ້ມຄອງອ່າງ.

- ສະພາບລວມ ແລະ ທີ່ຕັ້ງຂອງອ່າງ.

- ໂອກາດ ແລະ ສິ່ງທ້າທາຍທີ່ເກີດຂຶ້ນພາຍໃນອ່າງ.

- ແຜນຄວາມຕ້ອງການໃນການພັດທະນາ ແລະ ຄຸ້ມຄອງອ່າງພ້ອມທັງກຳນົດໜ້າວຽກ,ໜ້າວຽກບໍລິມະສິດໃນ ການ   

  ແກ້ໄຂບັນຫາໃນອ່າງປຶກສາຫາລື (ຖາມ ແລະ ຕອບ ).