ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນບ່າຍຂອງ ວັນທີ່ 5 ມີນາ 2021 ທີ່ສະໂມສອນໃຫ່ຍຂອງແຂວງ ( ຫຼັກ 4 ) ໂດຍການເຂົ້າຮ່ວມເປັນກຽດ ຂອງ ທ່ານ ວັນໄຊ ພອງສະຫວັນ ກຳມະການສູນການພັກ ເລຂາພັກແຂວງ, ເຈົ້າແຂວງໆ ຄຳມ່ວນ, ໃນພິທີອັນມີຄວາມໝາຍສຳຄັນນີ້ຍັງມີບັນດາທ່ານໃນຂະນະບໍລິຫານງານພັກແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ພະນັກງານວິຊາການຕະຫຼອດເຖີງພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ທ່ານນາງ ມຸນທາ ລັດຖະຈັກ ຮອງຫົວໜ້າຄະນະຈັດຕັ້ງແຂວງໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງວ່າດ້ວຍການຊັບຊ້ອນພະນັກງານ-ລັດຖະກອນໃຫ້ໄປຮັບໜ້າທີ່ໃໝ່

  • ຕົກລົງ ແຕ່ງຕັ້ງ ທ່ານ ຄຳສອນ ອ້ວນທະວີ ຄະນະປະຈຳພັກແຂວງ ຫົວໜ້າພະແນກຊັບພະຍາກອນທຳມະ ຊາດ ແລະ ສີ່ງແວດລ້ອມແຂວງ ໄປຮັບໜ້າທີ່ໃໝ່ເປັນປະທານກວດກາພັກ-ລັດ ແທນ ທ່ານ ຄຳຜົງ ວົງພະຈັນ ປະທານກວດກາພັກ-ລັດແຂວງ (ຜູ້ເກົ່າ) ທີ່ອອກພັກຜ່ອນຮັບອຸດໜຸນບໍານານ.
  • ຕົກລົງ ແຕ່ງຕັ້ງ ທ່ານ ຄຳໝັ້ນ ສໍປະເສີດ ກຳມະການພັກແຂວງ ເຈົ້າເມືອງຄູນຄຳ ໄປຮັບໜ້າທີ່ໃໝ່ເປັນຫົວນ້າຊັບພະຍາກອນທຳມະຊາດແລະສີ່ງແວດລ້ອມແຂວງ (ຜູ້ໃໝ່) ແທນທ່ານ ຄຳສອນ ອ້ວນທະວີ ຫົວໜ້າພະແນກຊັບພະຍາກອນທຳມະຊາດແລະສີ່ງແວດລ້ອມແຂວງ ທີ່ຖືກແຕ່ງຕັ້ງໄປຮັບໜ້າທີ່ໃໝ່