ໃນ​ຕອນເຊົ້າວັນ​ສຸກຂອງວັນ​ທີ່ 09 ກໍລະກົດ 2021​. ກົມທີ່ດິນ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ໄດ້ນຳສົ່ງອຸປະກອນໄອທີ ໃຫ້ພະແນກພະແນກຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ ​ເພື່ອນຳໃຊ້ເຂົ້າໃນວຽກງານໂຄງການຂື້ນທະບຽນອອກໃບຕາດິນ ຢູ່ໜ່ວຍງານເຄື່ອນທີໃນການຂຶ້ນທະບຽນອອກໃບຕາ ດິນ ຢ່າງເປັນລະບົບ ຂອງ ເມືອງເປົ້າໝາຍຄືື: ຫ້ອງການຊັບຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ ເມືອງ ຍົມມະລາດ ແຂວງ ຄຳມ່ວນ ໂດຍ​ເປັນກຽດ​ມອບອຸປະກອນໄອທີ ທ່ານ ປອ ໄຊນະຄອນ ອິນທະວົງ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ່ 12 ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ   ເປັນກຽດຮັບອຸປະກອນໄອທີ ທ່ານ ຄຳໜັ້ນ ສໍປະເສີດ ກຳມະການພັກແຂວງ  ເລຂາຄະນະພັກຮາກຖານຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ ດັ່ງມີລາຍລະອຽດລຸ່ມນີ້:

ໃນ​ຕອນເຊົ້າວັນ​ອັງຄານຂອງວັນ​ທີ່ 06 ກໍລະກົດ 2021 ທີ່​ຫ້ອງ​ປະ​ຊຸມຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ​.​ໄດ້​ເປີດກອງ​ປະ​ຊຸມ ​ການຈັດຝຶກອົບຮົມສ້າງຄວາມ ເຂັ້ມແຂງທາງດ້ານ ວຽກງານ ຈັດ ສັນທີ່ດິນໃຫ້ພະນັກ ງານຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 10 ຕົວເມືອງ ທີ່ເມືອງ ນາກາຍ ຄັ້ງວັນທີ່ 6- 13 ກໍລະ ກົດ 2021​ໂດຍ​ໃຫ້​ກຽດ​ເປັນນ ທ່ານ ຄຳໜັ້ນ ສໍປະເສີດ ກຳມະການພັກ ແຂວງ  ຫົວໜ້າພະແນກຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ ທ່ານ ແສງແກ້ວ ພະຄຸນທອງ ຮອງເຈົ້າເມືອງນາກາຍ   ມີຜູ້ເຂົ້າຮ່ວມທັງໝົດ 32 ທ່ານ ຍິງ 4 ທ່ານ ແລະ  ຫົວໜ້າຫ້ອງ ການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 10 ຕົວເມືອງເຂົ້າຮ່ວມ ພ້ອມດ້ວຍວິຊາການ ພະ ແນກ ຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ເຂົ້າຮ່ວມ.

ໃນ​ຕອນແລງວັນ​ຈັນຂອງວັນ​ທີ່ 5 ກໍລະກົດ 2021 ທີ່​ຫ້ອງ​ປະ​ຊຸມ​ພະແນກ​ກະສິກຳ ແລະ ປ່າໄມ້​.​ໄດ້​ເປີດກອງ​ປະ​ຊຸ​ມ ເຜີຍແຜ່ພາລະບົດບາດໃໝ່ ສະບັບເລກ 4983/ກຊສ ລົງວັນທີ 03 ພະຈິກ 2020 ແລະ ປະກາດການຈັດຕັ້ງ ຂອງ ພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ແຂວງ ຄຳມ່ວນ ​ໂດຍ​ໃຫ້​ກຽດ​ເປັນນ ທ່ານ ຄຳໜັ້ນ ສໍປະເສີດ ກຳມະການພັກແຂວງ  ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ  ມີຜູ້ເຂົ້າຮ່ວມທັງໝົດ 78 ທ່ານ ຍິງ 27 ທ່ານ ແລະ  ຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 10 ຕົວເມືອງເຂົ້າຮ່ວມ ພ້ອມດ້ວຍວິຊາການພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ເຂົ້າຮ່ວມ ເນື້ອໃນຕົ້ນຕໍຂອງກອງປະຊຸມຄັ້ງນີ້ແມ່ນເຜີຍແຜ່ພາລະບົດບາດໃໝ່ ສະບັບເລກ 4983/ກຊສ ລົງວັນທີ 03 ພະຈິກ 2020 ແລະ ປະກາດການຈັດຕັ້ງ ຂອງ ພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ແຂວງ ຄຳມ່ວນ ດັ່ງລຸ່ມນີ້:

ໃນ​ຕອນ​ເຊົ້າ​ວັນ​ອັງຄານ,;ຂອງວັນ​ທີ່ 6 ກໍລະກົດ 2021 ທີ່​ຫ້ອງ​ປະ​ຊຸມ​ພະແນກ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ​.​ໄດ້​ເປີດກອງ​ປະ​ຊຸ​ມປຶກສາຫາລື ແລະ ແລກປ່ຽນຂໍ້ມູນຄວາມຮູ້ທາງດ້ານວິຊາການ ITໃນການສ້າງ ແລະ ການກະກຽມນຳໃຊ້ຖານຂໍ້ມູນ ແຂວງ ຄຳມ່ວນ ​ໂດຍ​ໃຫ້​ກຽດ​ເປັນ​ທານ ທ່ານ ສິນນະສອນ ແສງຈັນທະວົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ ແລະ ທ່ານ ໂລນຄຳ ອາດສະນາວົງ ຫົວໜ້າກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ມີຜູ້ເຂົ້າຮ່ວມທັງໝົດ 15 ທ່ານຍິງ 2 ທ່ານ  ພ້ອມດ້ວຍວິຊາການໄອທີຂອງຕົນເຂົ້າຮ່ວມ ເນື້ອໃນຕົ້ນຕໍຂອງກອງປະຊຸມຄັ້ງນີ້ແມ່ນປຶກສາຫາລືກ່ຽວກັບບັນຫາລົງເລິ່ງດັ່ງລຸ່ມນີ້:     

ໃນ​ຕອນ​ເຊົ້າ​ວັນ​ຈັນ,;ຂອງວັນ​ທີ່ 14 ມິ​ຖຸ​ນາ 2021 ທີ່​ຫ້ອງ​ປະ​ຊຸມ​ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ​.​ໄດ້​ເປີດກອງ​ປະ​ຊຸ​ມ​ເປີດ​ກ້​ວາງ​ສະ​ໄໝ​ສາ​ມັນ​ປະ​ຈຳ​ເດືອນ ມິ​ຖຸ​ນາ ຂອງກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​​ລ້ອມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ທາງ​ໄກ​ຜ່ານ Video Conference ​ໂດຍ​ໃຫ້​ກຽດ​ເປັນ​ທານ ທ່ານ ບຸນ​ຄ້ຳ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 18 ແຂວງເຂົ້າຮ່ວມ ແລະ ຫົວໜ້າຂະແໜງ 8 ຂະແໜງ ພ້ອມດ້ວຍວິຊາການໄອທີຂອງຕົນເຂົ້າຮ່ວມ ເເນື້ອໃນຕົ້ນຕໍຂອງກອງປະຊຸມຄັ້ງນີ້ແມ່ນປຶກສາຫາລືກ່ຽວກັບບັນຫາລົງເລິ່ງດັ່ງລຸ່ມນີ້:     

  • ເພື່ອ​ລາຍ​ງານ​ຄວາມ​ຄຶບ​ໜ້າ​ໃນ​ການ​ປັບ​ປຸງ​ການ​ຈັດ​ຕັ້ງ ແລະ ຊັບ​ຊ້ອນ​ພະ​ນັກ​ງານ.
  • ລາຍ​ງານ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ຂອງ​ບັນ​ດາ 18 ແຂວງ.ກ່ຽວ​ກັບ​ການ​ຂຶ້ນ​ທະ​ບຽນອອກ​ໃບ​​ຕາ​ດິນ, ການ​ສ້າງ​ແຜນຈັດ​ສັນ​ທີ່​ດິນ,ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ​ແບບ​ຮອບ​ດ້ານ.
  • ຂໍ້​ສະ​ດວກ,ຂໍ້​ຫຍຸ້ງ​ຍາກ ແລະ ຂໍ້​ສະ​ເໜີ .ກອງປະຊຸມໃນຄັ້ງນີ້ໃຊ້ເວລາ 1 ຄາບ ແລະ ມີຜົນສໍາເລັດເປັນຢ່າງດີ.

Subcategories