ໃນຄັ້ງວັນທີ່ 14 ກັນຍາ 2020  ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດ

ລ້ອມແຂວງ ຄຳມ່ວນ ໄດ້ມີກອງປະຊຸມສ່ອງແສງ ລາຍງານການຈັດ ຕັ້ງປະຕິ ບັດວຽກງານຂອງຂະ ແໜງການ ແລະ ກອງ ປະຈຳເດືອນ 8 ປີ 2020,ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ຄຳສອນ ອ້ວນທະວີ ຫົວໜ້າ ພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ເຂົ້່າຮ່ວມມີຄະນະພະ ແນກ,ຫົວໜ້າຂະ ແໜງ ແລະ ພ້ອມດ້ວຍພະນັກງານວິຊາການ ຈຳນວນ 24 ທ່ານ, ຍິງ 7 ທ່ານ ,

          ເນື້ອ​ໃນ​ຕົ້ນ​ຕໍ​ຂອງກອງ​ປະ​ຊຸມ ແມ່ນ​ຕີ​ລາ​ຄາ​ຄືນ​ກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ວຽກ​ງານ​ທີ່​ພົ້ນ​ເດັ່ນ​ໃນ​ໄລ​ຍະ​ຜ່ານ​ມາ ຂອງ​ຂະ​ແໜງ​ການ ແລະ ກອງ ,ໂດຍ​ໄດ້​ທົບ​ທວນ​ຄືນ ບົດ​ບັນ​ທຶກ ໃນ​ຄັ້ງ​ວັນ​ທີ່ 25 ມີ​ນາ ປີ 2020 ທີ່​ໄດ້​ມີ​ຄວາມ​ເປ​ັນ​ເອ​ກະ​ພາບ ໃນ​ຂອ​ດ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ແລະ ການ​ເຄື່ອນ​ໄຫວນ​ັ້ນ​ມີ​ຜົນ​ສຳ​ເລັດ​ຄື​ແນວ​ໃດ ຈາກນັ້ນ​ກອງ​ປະ​ຊຸມ​ໄດ້​ມອບ ໃຫ້​ສະ​ຫາຍ​ຫົວ​ໜ້າ​ຂະ​ແໜງ,ຮອງ​ຂະ​ແໜງ​ໄດ້​ລາຍ​ງານ​ຫ​ຍໍ້​ໂດຍ​ສັງ​ເຂບ ແລະ ຍົກ​ເອົາ​ບັນ​ຫາ​ທີ່​ພົ້ນ​ເດັ່ນ ເພື່ອ​ສະ​ເໜີ​ຕໍ່​ກອງ​ປະ​ຊຸມ ໄດ້​ຄົ້ນ​ຄ້​ວາ​ປຶກ​ສາ​ຫາ​ລື ໃນ​ຂອດ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ.

ໃນຕອນເຊົ້າຂອງວັນທີ່  25/8/2020 ທີ່ຫ້ອງປະຊຸມພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄຳມ່ວນ ກົມແຜນການ ແລະ ການເງິນ ຕາງໜ້າກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ( ໜ່ວຍງານຄຸ້ມຄອງໂຄງການຊັບພະຍາກອນນ້ຳແບບເຊື່ອມສານ ໃນຂົງເຂດແມ່ນ້ຳຂອງ ຕອນລຸ່ມ ພາກເພີ້ມງົບປະມານ) ໄດ້ມອບອຸປະກອນຮັບໃຊ້ກ້ອງປະຊຸມທາງໄກ Vide Conference System ຈຳນວນ 01 ຊຸດ ໃຫ້ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄຳມ່ວນ ເພື່ອຮັບ ໃຊ້ວຽກງານລວມຂອງພະແນກຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ.

 

      

            

                 ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດພິທິປະຖະກະຖາເຜີຍແຜ່ ເຊື່ອມຊຶມເອກະສານວັນຄ້າຍວັນເກີດປະທານສຸພານຸວົງ ຄົບຮອບ111 ປີ ( 13/7/1909 – 13/7/2020 ) ແລະ ສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີ ( 13/8/1950 – 13/8/2020 ) .

        

 

   ໃນວັນທີ 20 ສິງຫາ 2020 ເວລາ 09:00 ທີ່ ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມແຂວງ ຄຳມ່ວນ ໄດ້ຈັດກອງປະຊຸມພາຍໃຕ້ການເປັນປະທານຂອງທ່ານ ປອ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງ ແຂວງຄຳມ່ວນ ໂດຍມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງຂອງລັດຖະ ບານ ທັງສູນກາງ ແລະ ທ້ອງຖິ່ນ ແລະ ຜູ້ພັດທະນາເຂົ້າຮ່ວມຕາມການເຊີນຢ່າງພ້ອມພຽງ ມີຜູ້ເຂົ້າ ຮ່ວມທັງໜົດ 42 ທ່ານ,ຍິງ 5 ທ່ານ. ຈຸດປະສົງຂອງຂອງປະຊຸມ ເພື່ອປຶກສາຫາລືຕໍ່ກັບຂໍ້ກັງວົນ ຂອງ ລັດຖະບານຕໍ່ກັບຈຸດທີ່ຕັ້ງຂອງໂຄງານ ທີ່ອາດສົ່ງຜົນກະທົບຕໍ່ກັບການສະເໜີ ອຸດທິຍານພູຫີນ ໝາມ ໜໍ່ເຂົ້າເປັນມໍລະດົກໂລກໃນອະນາຄົດອັນໃກ້ນີ້, ພາຍຫຼັງທີ່ບັນດາຜູ້ເຂົ້າຮ່ວມປະຊຸມທັງໝົດໄດ້ລົງກວດ ແລະ ສັງເກດການຕົວຈິງຕໍ່ກັບຈຸດທີ່ຕັ້ງຂອງໂຄງການ ໄຟຟ້າພະລັງຄວາມຮ້ອນຖ່ານຫີນບູລະພາ ໂຄງ ການ ສິ່ງທີ່ໄດ້ຍົກຂຶ້ນມາປຶກສາຫາລືໃນທີ່ປະຊຸມ.

 

Subcategories