ໃນ​ເວລາ 8 ​ໂມງ 30 ຂອງ​ວັນ​ທີ 24-28 ກຸມພາ 2020, ຢູ່ທີ່ພະ​ແນ​ກຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ​ແຂວງ​ ຄໍາ​ມ່ວນ ​ໄດ້ຈັດ​ກອງ​ປະຊຸມ​ຝຶກອົບຮົມປຶ​ກການນຳໃຊ້ໂປຼແກັມ Arc GIS ເຂົ້າໃນການແຕ້ມແຜນທີ່, ສ້າງຖານຂໍ້ມູນ, ຊັ້ນຂໍ້ມູນ, ໂດຍພາຍໄຕ້ການເປັນປະທານໂດຍທ່ານ ຄຳສອນ ອ້ວນທະວີ ກຳມະການພັກແຂວງ, ຫົວ ໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ທ່ານ ປອ ນາງ ວິລານີ ຫົວໜ້າສູນຂໍ້ມູນຂ່າວ

ສານ ກະຊວງຊັບພະຍາກອນທຳ ມະຊາດ ໄດ້ເປັນກຽດເປີດພິທີຢ່າງເປັນທາງການ, ຈາກນັ້ນ ໄດ້ມອບໃຫ້ຄະນະຄູຝຶກທີ່ມາຈາກສູນຂໍ້ມູນ,ກະຊວງ ຊສ ສືບຕໍ່ຈັດຕັ້ງປະຕິບັດວຽກງານຕາມແຜນການ ແລະ ວາລະຂອງການຝຶກອົບຮົມໃຫ້ສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໃວ້.

   ການເຝຶກອົບຮົມໃນຄັ້ງນີ້ໄດ້ມີນັກສຳມະນາກອນເຂົ້າຮ່ວມທັງໝົດ 26 ທ່ານ ໃນນັ້ນມາຈາກ ພຊສ ແຂວງ 6 ທ່ານ,ມາຈາກຫ້ອງການ ຊສ ເມືອງ 10 ເມືອງ ຈຳນວນ 16 ທ່ານ ແລະ ມາຈາກພະແນກ ຊສ ແຂວງ ອັດຕະປື ຈຳນວນ 4 ທ່ານ, ການຝຶກອົບຮົມໄດ້ໃຊ້ເວລາທັງໝົດ 5 ວັນ (ເລີ່ມແຕ່ວັນທີ 24-28 ກຸມພາ 2020; ບັນດາຫົວຂໍ້ທີ່ໄດ້ນຳມາຄົ້ນຄວ້າ,ຮຽນຮູ້ໃນຄັ້ງນີ້ມີດັ່ງນີ້:

  1. ຮຽນຮູ້ການລົງ,ຕິດຕັ້ງ ແລະ ການຖອນໂປຼແກມ Arc GIS , Arc GIS (Software).
  2. ຮຽນຮູ້ການນຳໃຊ້ຊຸດຄຳສັ່ງຕ່າໆຂອງ ໂປຼແກັມ (Software) Arc Info, Arc Editor Arc View, Arc Catalog, Arc Map, ArcToolbox ແລະ ອື່ນໆ.
  3. ຮຽນຮູ້ວິທີ,ຂັ້ນຕອນໃນການນຳໃຊ້ໂປຼແກມ Arc GIS ເຂົ້າໃນການສ້າງແຜນທີ່ຕາດິນ,ແຜນ ທີ່ການນຳໃຊ້ຊັບພະຍາກອນທຳມະຊາດ.
  4. ຮຽນຮູ້ວິທີການສ້າງຖານຂໍ້ມູນ,ການສ້າງຊັ້ນຂໍ້ມູນ (Shapefile) ແບບຈຸດ,ແບບເສັ້ນ ແລະ ແບບພື້ນທີ່ (Add Data to Layers) ວິທີການດັດແກ້ຂໍ້ມູນໃນໂປຼແກມ Arc GIS (Edit Data).
  5. ຮຽນຮູ້ການສ້າງ ແລະ ນຳໃຊ້ຂໍ້ມູນຈາກພາບຖ່າຍ,ວິທີ ການແຕ້ມ,ການຕົບແຕ່ງ, ການສ້າງ Layout ຂອງແຜນທີ່ ແລະ ການພິມແຜນທີ່.

     ຜ່ານການຝຶກອົບຮົມຄັ້ງນີ້ສາມາດປະເມີນຜົນໄດ້ຮັບ (ຄວາມຮັບຮູ້) ຂອງນັກສຳມະນາກອນທັງໝົດສາມາດຮັບຮູ້ໄດ້ປະມານ 95% ແລະ ນັກສຳມະນາກອນສາມາດນຳເອົາບົດຮຽນທີ່ໄດ້ຮຽນຮູ້ໄປຜັນຂະຫຍາຍນຳໃຊ້ ແລະ ຖ່າຍຖອດໃຫ້ເພື່ອຮ່ວມງານໃນຫ້ອງການຂອງຕົນເອງໄດ້ໃນອານາຄົດ. ສຸດທ້າຍການຝຶກອົບຮົມກໍໄດ້ມີການມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນ ຈຳນວນ 26 ທ່ານ ຍິງ 3 ທ່ານ ແລະ ໄດ້​ປິດ​ລົງ​ໃນ​ເວລາ 11 ​​ໂມງ 45 ນາທີ ຂອງ​ວັນ28 ກຸມພາ 2020.