ຄະນະພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ນຳພາສ້າງຂະຂວນການອະນາໄມລວມ ອ້ອມຂ້າງພະແນກ ຊສ ແຂວງ ແລະ ຕາມເສັ້ນທາງ.
ໃນຕອນເຊົ້າຂອງວັນທີ່ 23 ກັນຍາ 2020 ທີ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄຳມ່ວນ. ໄດ້ສ້າງຂະບວນການອອກແຮງງານອະນາໄມລວມ ເພື່ອເປັນການສ້າງຜົນງານຄຳນັບ ຮັບຕ້ອນວັນສຳຄັນຕ່າງໆຂອງຊາດ - ພັກ ໃນນັ້ນກໍ່ຄືການກະກຽມກອງປະຊຸມໃຫຍ່ຄັ້ງທີ່ X ຂອງອົງ ຄະນະພັກແຂວງ ຄໍາມ່ວນ ທີ່ຈະໄດ້ໄຂຂຶ້ນໃນໝໍ່ໆນີ້ໃຫ້ມີບັນຍາກາດເປັນຂະບວນຟົດພື້ນ ແລະ ເຕັມໄປ ດ້ວຍ ຄວາມໝາຍ ຄວາມສຳຄັນ.
ກອງປະຊຸມປຶກສາຫາລື ແລກປ່ຽນບົດຮຽນເພື່ອຍົກລະດັບດ້ານຂ່າວປະຊາສຳພັນ,ການປັບປຸງເວບໄຊ,ການບໍລິຫານເອກະສານທາງລັດຖະການ,ຂຶ້ນບັນຊີຊັບສິນຂອງລັດ ແລະ ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ
ໃນຕອນເຊົ້າຂອງວັນທີ່ 22 ກັນຍາ 2020 ທີ່ຫ້ອງປະຊຸມພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ແຂວງຄຳມ່ວນ. ໄດ້ເປີດກອງປະຊຸມປຶກສາຫາລືແລກປ່ຽນບົດຮຽນເພື່ອຍົກລະດັບດ້ານຂ່າວ ປະຊາສຳພັນ,ການປັບປຸງເວບໄຊ, ການບໍລິຫານເອກະສານທາງລັດຖະການ, ຂຶ້ນບັນຊີຊັບສິນຂອງລັດ ແລະ ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ.
ພະແນກຂໍ້ມູນຂ່າວສານສະຖິຕິ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ລົງຊຸກຍູ້ແຜນການເຄື່ອນໄຫວ ການໂອນຂໍ້ມູນຈາກ ໂປຼແກຼມ BC Account,AutoCADຫາໂປຼແກຼມ LaoLandReg
ໃນເວລາ 8 ໂມງ 30 ຂອງວັນທີ່ 7-18 ກັນຍາ 2020 ທີ່ຫ້ອງປະຊຸມ ພະແນກຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄຳມ່ວນ ໄດ້ຈັດກອງປະຊຸມຝຶກອົບຮົມການໂອນຂໍ້ມູນຈາກ ໂປຼແກຼມ BC Account, AutoCAD ຫາໂປຼແກຼມ LaoLandReg
ກອງປະຊຸມສ່ອງແສງການຈັດຕັ້ງປະຕິບັດວຽກງານຮອບດ້ານໃນເດືອນ 8 ປີ 2020
ໃນຄັ້ງວັນທີ່ 14 ກັນຍາ 2020 ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດ
ລ້ອມແຂວງ ຄຳມ່ວນ ໄດ້ມີກອງປະຊຸມສ່ອງແສງ ລາຍງານການຈັດ ຕັ້ງປະຕິ ບັດວຽກງານຂອງຂະ ແໜງການ ແລະ ກອງ ປະຈຳເດືອນ 8 ປີ 2020,ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ຄຳສອນ ອ້ວນທະວີ ຫົວໜ້າ ພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ເຂົ້່າຮ່ວມມີຄະນະພະ ແນກ,ຫົວໜ້າຂະ ແໜງ ແລະ ພ້ອມດ້ວຍພະນັກງານວິຊາການ ຈຳນວນ 24 ທ່ານ, ຍິງ 7 ທ່ານ ,
ເນື້ອໃນຕົ້ນຕໍຂອງກອງປະຊຸມ ແມ່ນຕີລາຄາຄືນກ່ຽວກັບການຈັດຕັ້ງປະຕິບັດ ວຽກງານທີ່ພົ້ນເດັ່ນໃນໄລຍະຜ່ານມາ ຂອງຂະແໜງການ ແລະ ກອງ ,ໂດຍໄດ້ທົບທວນຄືນ ບົດບັນທຶກ ໃນຄັ້ງວັນທີ່ 25 ມີນາ ປີ 2020 ທີ່ໄດ້ມີຄວາມເປັນເອກະພາບ ໃນຂອດການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວນັ້ນມີຜົນສຳເລັດຄືແນວໃດ ຈາກນັ້ນກອງປະຊຸມໄດ້ມອບ ໃຫ້ສະຫາຍຫົວໜ້າຂະແໜງ,ຮອງຂະແໜງໄດ້ລາຍງານຫຍໍ້ໂດຍສັງເຂບ ແລະ ຍົກເອົາບັນຫາທີ່ພົ້ນເດັ່ນ ເພື່ອສະເໜີຕໍ່ກອງປະຊຸມ ໄດ້ຄົ້ນຄ້ວາປຶກສາຫາລື ໃນຂອດການຈັດຕັ້ງປະຕິບັດ.
Page 8 of 10