ກອງປະຊຸມໃຫ່ຍຄັ້ງທີ່ II ຂອງຄະນະພັກຮາກຖານ ພະແນກ ຊສ ແຂວງ ຄຳມ່ວນ ໄດ້ໄຂຂຶ້ນຢ່າງ ເປັນທາງການ ໃນວັນທີ 04 ມີຖຸນາ 2020 ພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳສອນ ອ້ວນທະວີ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ, ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານໂດຍ ສະຫາຍ ຄຳຜົງ ວົງພະຈັນ ຄະນະປະຈຳພັກແຂວງ, ປະທານກວດກາພັກ - ລັດ ແຂວງ ຄໍາມ່ວນ, ມີບັນດາສະຫາຍໃນຄະນະຊຸກຍູ້ກອງປະຊຸມໃຫ່ຍຂັ້ນແຂວງ, ຕາງໜ້າຄະນະພັກຮາກຖານ ພະແນກການອ້ອມຂ້າງ,ຫ້ອງການ ຊສ 10 ຕົວເມືອງ, ຕະຫຼອດເຖິງສະມາ ຊິກພັກພາຍໃນຮາກຖານ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າຮ່ວມ.

ສະຫາຍ ຄຳສອນ ອ້ວນທະວີ ກຳມະການພັກແຂວງ,ເລຂາຄະນະພັກຮາກຖານ,ຫົວໜ້າພະແນກ ຊສ ແຂວງ ຄຳມ່ວນ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ, ຈາກນັ້ນ ສະຫາຍ ສີປະໄທ ເພົາພົງສະຫວັດ ຮອງຄະນະພັກຮາກຖານ ກໍ່ໄດ້ຜ່ານຮ່າງບົດລາຍງານການເມືອງ ພ້ອມທັງຕີລາຄາການຊີ້ນຳ-ນຳພາ ຂອງ ຄະນະພັກຮາກຖານໃນໄລຍະ 5 ປີຜ່ານມາຄື: ໜ່ວຍພັກຊັບພະຍາກອນນ້ຳ ແລະ ສິ່ງແວດ ລ້ອມ,ໜ່ວຍ ພັກແຜນການ ແລະ ທີ່ດິນ, ໜ່ວຍພັກຈັດຕັ້ງ-ບໍລິຫານ ແລະ ໜ່ວຍພັກຕິດຕາມກວດກາ,ສະມາຊິກ ທັງໜົດ 62 ສະຫາຍ ດ້ານການນຳພາວຽກງານພັກ,ພະນັກງານໄດ້ເລື່ອນສະມາຊິກພັກສຳຮອງຂຶ້ນສົມ ບູນ 23 ສະຫາຍ, ສະເໜີມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງໄດ້ 24 ສະຫາຍ, ດ້ານວຽກ ງານວິຊາສະເພາະໄດ້ຈັດສັນການນຳໃຊ້ທີ່ດິນຈຸລະພາກຂັ້ນບ້ານໄດ້ສຳເລັດ 59 ບ້ານ ລວມເນື້ອທີ່ 315,662 ເຮັກຕາ ເກັບກໍາຂໍ້ມູນພຶ້ນຖານໃນ 10 ຕົວເມືອງ ເພື່ອສ້າງ ແລະ ເຊື່ອມສານແຜນ ແມ່ບົດຈັດສັນທີ່ ດິນຂັ້ນແຂວງ ແລະ ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແບບຮອບດ້ານຄາດວ່າ ຈະໃຫ້ສຳເລັດໃນທ້າຍປີ 2020 ສາມາດຂຶ້ນທະບຽນອອກໃບຕາດິນທົ່ວແຂວງໄດ້ທັງໝົດ 24.634 ຕອນ ທຽບໃສ່ແຜນ 5 ປີ ເທົ່າກັບ 82,11% ຮອດປະຈຸບັນສາມາດຂຶ້ນບັນຊີສໍາມະໂນທີ່ດິນໃນທົ່ວແຂວງ ໄດ້ທັງ ໜົດ 178.394 ຕອນ ລວມມີເນື້ອທີ່ 1.698 ຕາແມັດ ໄປພ້ອມກັບການປ້ອນຂໍ້ມູນສໍາມະໂນຕອນດິນ ເຂົ້າຖານຂໍ້ມູນໂດຍນໍາໃຊ້ລະບົບໂປຣແກຼມລາວແລນເລັກ, ສຳເລັດການກຳນົດເຂດປະເມີນລາຄາທີ່ດິນ ແລະ ສິ່ງປຸກສ້າງ ໃນ 10 ຕົວເມືອງ ທົ່ວແຂວງ , ຕິດຕາມຊຸກຍູ້ສົ່ງເສີມໃຫ້ທຸກໂຄງການລົງທຶນ ຈັດຕັ້ງ ປະຕິບັດ ດໍາລັດວ່າດ້ວຍການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ເຊິ່ງໄດ້ພິຈາລະ ນາຕໍ່ອາຍຸ ແລະ ຢັ້ງຢືນ ກ່ຽວກັບສິ່ງແວດລ້ອມ ລວມໄດ້ 133 ໂຄງການ,ໃນນັ້ນຕໍ່ໃບຢັ້ງຢືນ 70 ໂຄງການ ແລະ ອະນຸມັດໃບຢັ້ງຢືນ ໃໝ່ 63 ໂຄງການ,ຄຸ້ມຄອງບັນດາໂຄງການລົງທຶນພາຍໃນແຂວງ ທີມີແຜນການຄຸ້ມຄອງສິ່ງແວດ ລ້ອມ ທັງໝົດ187 ໂຄງການ ເຊຶ່ງແຍກຕາມປະເພດ ແລະ ຂົງເຂດໂຄງການຄື: ຂົງເຂດພະລັງງານ ແລະ ພຶ້ນ ຖານໂຄງລ່າງ 8 ໂຄງການ ,ຂົງເຂດອຸດສາຫະກຳ-ບໍ່ແຮ່ 108 ໂຄງການ.ໃນຂົົງເຂດສິ່ງແວດລ້ອມທົ່ວໄປ 71 ໂຄງການ ນອກນິີ້ ຄະນະພັກຮາກຖານ ພະແນກ ຊສ ຍັງໄດ້ວາງ ຄາດໜາຍສູ້ຊົນໃນແຕ່ລະດ້ານ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດຕະຫຼອດໃນ 5 ປີ ຕໍ່ໜ້າໃນວາລະກອງປະຊຸມ ຜ່ານໃບສຳຫຼວດ ການນຳພາລວມຂອງຄະນະພັກຮາກຖານ ແລະ ຍັງໄດ້ດໍາເນີນການປ້ອນບັດເລືອກເອົາ ຄະນະພັກຮາກ ຖານຊຸດໃໝ່ ເພື່ອຊີ້ນໍາ-ນຳພາຂົງເຂດຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນ 5 ປີຕໍ່ໜ້າໃຫ້ ມີຜົນສຳເລັດຕາມຄາດໜາຍທີ່ວາງໄວ້ ເຊິ່ງກອງປະຊຸມແມ່ນໄດ້ເຫັນດີເປັນເອກະພາບເລືອກເອົາ, ສະ ຫາຍ ຄຳສອນ ອ້ວນທະວີ ເປັນເລຂາ,  ສະຫາຍ ສີປະໄທ ເພົາພົງສະຫວັດ ເປັນຮອງເລຂາ ທັງເປັນ ປະທານ ກວດກາ, ເລືອກເອົາສະຫາຍ ສິນນະສອນ ແສງຈັນທະວົງ, ສະຫາຍ ນາງ ບຸນກັນ ພົງອຸດົມ ແລະ ສະຫາຍ ແກ້ວບຸນຂັວນ ໄຊຍະວົງສາ ເປັນຄະນະພັກຮາກຖານຊຸດໃໝ່. ກອງປະຊຸມກໍ່ຍັງໄດ້ຮັບຟັງການ ໂອ້ລົມ ຈາກ ສະຫາຍ ຄຳຜົງ ວົງພະຈັນ, ຄະນະກຳມະການພັກແຂວງ,ປະທານກວດກາພັກ-ລັດແຂວງ ຄຳມ່ວນ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຜົນສຳເລັດ ໃນການຊີ້ນຳນຳພາໃນການຈັດຕັ້ງ ປະຕິບັດວຽກຜ່ານມາວ່າ: ຕ້ອງເສີມຂະຫຍາຍດ້ານດີ ທີ່ຕັ້ງໜ້າ ແລະ ແກ້ໄຂດ້ານອ່ອນຂໍ້ຄົງຄ້າງຕາມ ບົດຮຽນຖອດຖອນໄດ້ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ທັນການໃນການຊີ້ນຳ-ນຳພາ ຂອງຄະນະ ພັກຮາກຖານ ຊສ ແຂວງ ໃນທຸກຂົງເຂດວຽກງານທີ່ຢູ່ໃນຄວາມຮັບຜິດຊອບຂອງແຕ່ລະສະຫາຍໃຫ້ປະ ສົບຜົນເປັນຈິງ.