ໃນຄັ້ງວັນທີ່ 14 ກັນຍາ 2020  ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດ

ລ້ອມແຂວງ ຄຳມ່ວນ ໄດ້ມີກອງປະຊຸມສ່ອງແສງ ລາຍງານການຈັດ ຕັ້ງປະຕິ ບັດວຽກງານຂອງຂະ ແໜງການ ແລະ ກອງ ປະຈຳເດືອນ 8 ປີ 2020,ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ຄຳສອນ ອ້ວນທະວີ ຫົວໜ້າ ພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ເຂົ້່າຮ່ວມມີຄະນະພະ ແນກ,ຫົວໜ້າຂະ ແໜງ ແລະ ພ້ອມດ້ວຍພະນັກງານວິຊາການ ຈຳນວນ 24 ທ່ານ, ຍິງ 7 ທ່ານ ,

          ເນື້ອ​ໃນ​ຕົ້ນ​ຕໍ​ຂອງກອງ​ປະ​ຊຸມ ແມ່ນ​ຕີ​ລາ​ຄາ​ຄືນ​ກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ວຽກ​ງານ​ທີ່​ພົ້ນ​ເດັ່ນ​ໃນ​ໄລ​ຍະ​ຜ່ານ​ມາ ຂອງ​ຂະ​ແໜງ​ການ ແລະ ກອງ ,ໂດຍ​ໄດ້​ທົບ​ທວນ​ຄືນ ບົດ​ບັນ​ທຶກ ໃນ​ຄັ້ງ​ວັນ​ທີ່ 25 ມີ​ນາ ປີ 2020 ທີ່​ໄດ້​ມີ​ຄວາມ​ເປ​ັນ​ເອ​ກະ​ພາບ ໃນ​ຂອ​ດ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ແລະ ການ​ເຄື່ອນ​ໄຫວນ​ັ້ນ​ມີ​ຜົນ​ສຳ​ເລັດ​ຄື​ແນວ​ໃດ ຈາກນັ້ນ​ກອງ​ປະ​ຊຸມ​ໄດ້​ມອບ ໃຫ້​ສະ​ຫາຍ​ຫົວ​ໜ້າ​ຂະ​ແໜງ,ຮອງ​ຂະ​ແໜງ​ໄດ້​ລາຍ​ງານ​ຫ​ຍໍ້​ໂດຍ​ສັງ​ເຂບ ແລະ ຍົກ​ເອົາ​ບັນ​ຫາ​ທີ່​ພົ້ນ​ເດັ່ນ ເພື່ອ​ສະ​ເໜີ​ຕໍ່​ກອງ​ປະ​ຊຸມ ໄດ້​ຄົ້ນ​ຄ້​ວາ​ປຶກ​ສາ​ຫາ​ລື ໃນ​ຂອດ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ.