ໃນ​ວັນ​ທີ່ 05 ພະຈິກ 2021 ທີ່​ຫ້ອງ​ປະ​ຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ​ຄຳມ່ວນ. ໄດ້ເປີດກອງປະຊຸມສະ​ຫຼຸບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ 9 ເດືອນ​ຕົ້ນ​ປີ ແລະ ທິດ​ທາງ​ແຜນ​ການ 3 ເດືອນ​ທ້າຍ​ປີ ຂອງ​ພະ​ແນກ​ຊັບ​ພະຍາ​ກອນທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ . ພາຍໃຕ້ການເປັນປະທານ ທ່ານ ປອ ສິນນະສອນ ແສງຈັນທະວົງ ຮອງຫົວໜ້າ ພະແນກຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ.ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 10 ຕົວເມືອງ ມີຜູ້ເຂົ້າຮ່ວມທັງໝົດ 26 ທ່ານ,ຍິງ 7 ທ່ານ.ລາຍ​ລະ​ອຽດດັ່ງລຸ່ມນີ້:    

 

  • ຜ່ານ​ບົດ​ສະ​ຫຼຸບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານພາຍໃນຂົງເຂດ ​ພະ​ແນກ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ​ແຂວງ ຄຳ​ມ່ວນ ໄລະຍະ 09 ເດືອນຜ່ານມາ ແລະ ທິດ​ທາງ​ແຜນ​ການ 2 ເດືອນ​ທ້າຍ​ປີ 2021.
  • ຂະແໜງຈັດຕັ້ງ ແລະ ພະນັກງານ ລາຍງານ ແລະ ມີຄຳເຫັນກ່ຽວກັບ ການປັງປຸງກົງຈັກການຈັດຕັ້ງ, ການຄຸ້ມຄອງພະນັກງານ ມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ມີມາດຕະການຈັດຕັ້ງປະຕິບັດ.
  • ຫ້ອງການບໍລິຫານ, ແຜນການ ແລະ ການເງິນ: ລາຍງານ ແລະ ມີຄຳເຫັນກ່ຽວກັບ ການຄຸ້ມຄອງລາຍຮັບ - ລາຍຈ່າຍງົບປະມານ, ການເກັບລາຍຮັບຈາກຄ່າທຳນຽມ,ລາຍຮັບວິຊາການ ມີຂໍ້ຫຍຸ້ງຍາກ ແລະ ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າແນວໃດ.
  • ຂະແໜງທີ່ດິນ: ລາຍງານ ແລະ ມີຄຳເຫັນ ກ່ຽວກັບ ການກະກຽມມອບວຽກໃຫ້ຫ້ອງການ ຊສ ເມືອງ ,ການປັບປຸງເຂດປະເມີນລາຄາກ່ຽວກັບທີ່ດິນ, ວຽກງານເຊົ່າສຳປະທານກ່ຽວກັບທີ່ດິນ ມີຂໍ້ຫຍຸ້ງຍາກ ແລະ ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າແນວໃດ.
  • ຂະແໜງສິ່ງແວດລ້ອມ,ນ້ຳ ແລະ ອຸຕຸນິຍົມ - ອຸທົບກະສາດ: ລາຍງານ ແລະ ມີຄໍາເຫັນກ່ຽວກັບການຄຸ້ມຄອງຕິດຕາມກວດກາໂຄງການລົງທຶນຕໍ່ກັບບັນຫາຜົນກະທົບຕໍ່ສິ່ງແວດລ້ອມ, ລາຍງານກ່ຽວກັບຄວາມຄືບໜ້າຂອງ ໂຄງການ ( ກິດຈະກໍາ ແລະ ງົບປະມານ ) ລາຍງານກ່ຽວກັບການຄຸ້ມຄອງສິ່ງເສດເຫຼືອ ມີຂໍ້ຫຍຸ້ງຍາກ ແລະ ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າແນວໃດ.
  • ເມືອງ ບົວລະພາ : ລາຍງານການຈັດຕັ້ງປະຕິບັດວຽກງານ ໄລຍະ 10 ເດືອນຜ່ານມາ ແລະ ທິດທາງແຜນການ 2 ເດືອນທ້າຍປີ 2021 , ມີຂໍ້ຫຍຸ້ງຍາກ ແລະ ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າແນວໃດ.
  • ເມືອງໄຊບົວທອງ: ລາຍງານການຈັດຕັ້ງປະຕິບັດວຽກງານ ໄລຍະ 10 ເດືອນຜ່ານມາ ແລະ ທິດທາງແຜນການ 2 ເດືອນທ້າຍປີ 2021 , ມີຂໍ້ຫຍຸ້ງຍາກ ແລະ ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າແນວໃດ. ກະກຽມຄວາມພ້ອມໃນ ໂຄງການອອກໃບຕາດິນ ເປັນແນວໃດ.
  • ເມືອງມະຫາໄຊ: ລາຍງານການຈັດຕັ້ງປະຕິບັດວຽກງານ ໄລຍະ 10 ເດືອນຜ່ານມາ ແລະ ທິດທາງແຜນການ 2 ເດືອນທ້າຍປີ 2021 , ມີຂໍ້ຫຍຸ້ງຍາກ ແລະ ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າແນວໃດ.
  • ເມືອງເຊບັ້ງໄຟ: ລາຍງານການຈັດຕັ້ງປະຕິບັດວຽກງານ ໄລຍະ 10 ເດືອນຜ່ານມາ ແລະ ທິດທາງແຜນການ 2 ເດືອນທ້າຍປີ 2021 , ມີຂໍ້ຫຍຸ້ງຍາກ ແລະ ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າແນວໃດ.
  • ເມືອງ ຫີນບູນ: ລາຍງານການຈັດຕັ້ງປະຕິບັດວຽກງານ ໄລຍະ 10 ເດືອນຜ່ານມາ ແລະ ທິດທາງແຜນການ 2 ເດືອນທ້າຍປີ 2021 , ມີຂໍ້ຫຍຸ້ງຍາກ ແລະ ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າແນວໃດ.
  • ເມືອງ ຄູນຄຳ: ລາຍງານການຈັດຕັ້ງປະຕິບັດວຽກງານ ໄລຍະ 10 ເດືອນຜ່ານມາ ແລະ ທິດທາງແຜນການ 2 ເດືອນທ້າຍປີ 2021 , ມີຂໍ້ຫຍຸ້ງຍາກ ແລະ ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າແນວໃດ.
  • ເມືອງ ນາກາຍ : ລາຍງານການຈັດຕັ້ງປະຕິບັດວຽກງານ ໄລຍະ 10 ເດືອນຜ່ານມາ ແລະ ທິດທາງແຜນການ 2 ເດືອນທ້າຍປີ 2021 , ມີຂໍ້ຫຍຸ້ງຍາກ ແລະ ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າແນວໃດ.
  • ເມືອງ ຍົມມະລາດ : ລາຍງານການຈັດຕັ້ງປະຕິບັດວຽກງານ ໄລຍະ 10 ເດືອນຜ່ານມາ ແລະ ທິດທາງແຜນການ 2 ເດືອນທ້າຍປີ 2021 , ມີຂໍ້ຫຍຸ້ງຍາກ ແລະ ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າແນວໃດ.ລາຍງານກ່ຽວກັບການຈັດຕັ້ງປະຕິບັດໂຄງການອອກໃບຕາດິນ ມີຂໍ້ສະດວກ, ຂໍ້ຫຍຸ້ງຍາກແນວໃດ.
  • ເມືອງ ທ່າແຂກ : ລາຍງານການຈັດຕັ້ງປະຕິບັດວຽກງານ ໄລຍະ 10 ເດືອນຜ່ານມາ ແລະ ທິດທາງແຜນການ 2 ເດືອນທ້າຍປີ 2021 , ມີຂໍ້ຫຍຸ້ງຍາກ ແລະ ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າແນວໃດ.
  • ຕີລາຄາຕໍ່ຜົນສຳເລັດ ແລະ ຂໍ້ຄົງຄ້າງໃນໄລຍະ 10 ເດືອນຜ່ານມາຂອງບັນດາຂະແໜງການອ້ອມຂ້າງ,ບັນດາຫ້ອງການ ຊສ ເມືອງ, ເຈາະຈີ້ມຕື່ມມາດຕະການຈັດຕັ້ງປະຕິບັດໃນ 2 ເດືອນ ທ້າຍປີ ແຕ່ລະຂົງເຂດ.
  • ສະຫຼຸບປະກອບຄຳເຫັນຂອງບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ,ທິດຊີ້ນຳໃນການຈັດຕັ້ງປະຕິບັດຕໍ່ໜ້າ.
  • ກອງປະຊຸມໄດ້ປິດລົງໃນວັນດຽວກັນ.