ໃນວັນທີ່  8-9 ພະຈິກ 2021 ທີ່ຫ້ອງປະຊຸມ ສະຫະພັນແມ່ຍິງແມ່ ແຂວງ ຄໍາມ່ວນ. ໄດ້ເປີດກອງປະຊຸມສ້າງແຜນກໍານົດພະນັກງານນຳພາ - ຄຸ້ມຄອງ ຂັ້ນແຂວງຄຸ້ມຄອງ ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ. ພາຍໃຕ້ການເປັນປະທານ ທ່ານ ຄຳສອນ ອ້ວນທະວີ ຄະນະປະຈຳພັກແຂວງ , ປະທານກວດກາພັກແຂວງ, ທ່ານ ຄຳໝັ້ນ ສໍປະເສີດ ກຳມະການພັກແຂວງ ,ຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ. ກອງປະຊຸມໃນຄັ້ງນີ້ໄດ້ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນແຂວງຄຸ້ມຄອງ ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄຳມ່ວນ.ຫົວໜ້າຫ້ອງການ ຊສ ເມືອງ 10 ຕົວເມືອງ ພ້ອມດ້ວຍພະນັກງານສະມາຊິກພັກ, ມີ ຜູ້ເຂົ້າຮ່ວມທັງໝົດ 69 ທ່ານ,ຍິງ 24 ທ່ານ.ດັ່ງມີລາຍລະອຽດລຸ່ມນີ້:

  • ຜ່ານມະຕິ ເລກທີ 032/ກມສພ,ລົງວັນທີ່ 03 ມັງກອນ 2018 ວ່າດ້ວຍວຽກງານສ້າງແຜນກໍານົດພະນັກງານນຳພາ-ຄຸ້ມຄອງ.
  • ຜ່ານຄຳແນະນຳ ເລກທີ 292/ຄຈສພ,ລົງວັນທີ 26 ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກວ່າດ້ວຍມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ ແລະ ວຽກງານສ້າງແຜນກໍານົດພະ ນັກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ.
  • ຜ່ານມາດຖານ ແລະ ເງື່ອນໄຂ ຂອງພະນັກງານນຳພາ-ຄຸ້ມຄອງ ຂັ້ນແຂວງຄຸ້ມຄອງ.
  • ປະທານມີຄຳເຫັນຕໍ່ກອງປະຊຸມ.
  • ແນະນຳວິທີການທາບທາມຕົວຈິງ-ດຳເນີນການທາບທາມ.
  • ຄົ້ນຄ້ວາເປົ້າໝາຍລົງທາບທາມ.
  • ປະທານກອງປະຊຸມກ່າວປິດກອງປະຊຸມ.