ໃນວັນທີ່ 23 ພະຈິກ 2021 ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄໍາມ່ວນ. ໄດ້ເປີດກອງປະຊຸມ ເປີດໂຄງການຄຸ້ມຄອງອ່າງຮັບນໍ້າ ໂດຍມີສ່ວນຮ່ວມຈາກຊຸມຊົົນ ຢູ່ແຂວງ ຄຳມ່ວນ ຂອງ ພະແນກຊັບ ພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ. ພາຍໃຕ້ການເປັນປະທານ, ທ່ານ ຄຳໝັ້ນ ສໍປະເສີດ ກຳມະການພັກແຂວງ ,ຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄຳມ່ວນ. ກອງປະຊຸມໃນຄັ້ງນີ້ໄດ້ເປີດໂຄງການຄຸ້ມຄອງອ່າງຮັບນໍ້າ ໂດຍມີສ່ວນຮ່ວມຈາກຊຸມຊົົນ ຢູ່ແຂວງ ຄຳມ່ວນ .ຫົວໜ້າຫ້ອງການ ຊສ ເມືອງ 02 ຕົວເມືອງ ພ້ອມດ້ວຍພະນັກງານວິຊາການ, ມີ ຜູ້ເຂົ້າຮ່ວມທັງໝົດ 34  ທ່ານ,ຍິງ 3  ທ່ານ.ດັ່ງມີລາຍລະອຽດລຸ່ມນີ້:

  • ຄະນະປະທານເປີດກອງປະຊຸມ.
  • ນຳສະເໜີກ່ຽວກັບກິດຈະກຳໂຄງການ ນຳສະເໜີແຜນຈັດຕັ້ງປະຕິບັດໂຄງການ.
  • ສະເໜີຄຳຄິດເຫັນ ຈາກເມືອງ ມະຫາໄຊ ແລະ ບັນດາບ້ານເປົ້າໝາຍໂຄງການ.
  • ສະເໜີຄຳຄິດເຫັນຈາກເມືອງ ເຊບັ້ງໄຟ ແລະ ບັນດາບ້ານ ເປົ້າໝາຍໂຄງການ.
  • ປະທານກອງປະຊຸມກ່າວປິດກອງປະຊຸມ.