ໃນວັນທີ່ 8 ກຸມພາ 2022 ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄໍາມ່ວນ. ໄດ້ຈັດກອງປະຊຸມຈັດຕັ້ງເຊືອມຊຶມເອກະສານວາລະແຫ່ງຊາດ ຂອງພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ   

 ແຂວງ ຄຳມ່ວນ , ໂດຍການເປັນປະທານເປີດກອງປະຊຸມ ທ່ານ ຄໍາໝັ້ນ ສໍປະເສີດ ຫົວໜ້າພະແນກຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄຳມ່ວນ ພ້ອມດ້ວຍພະນັກງານວິຊາການ ເຂົ້າຮ່ວມທັງໝົດ 43 ທ່ານ,ຍິງ 16 ທ່ານ ເນື້ອໃນການດໍາເນີນກອງປະຊຸມ.ດັ່ງມີລາຍລະອຽດລຸ່ມນີ້:

  • ເຜີຍແຜ່ຄຳສັ່ງ ເລກທີ່ 15/ຄປຈ.ຄມ,ລົງວັນທີ່ 17 ທັນວາ 2021 ວ່າດ້ວຍການເພີ່ມທະວີການນຳພາ-ຊີ້ນຳຈັດຕັ້ງປະຕິບັດວາລະແຫ່ງຊາດ ໃນການແກ້ໄຂບັນຫາຢາເສບຕິດ.
  • ທິດທາງແຜນການ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຂອງແຂວງ ຄຳມ່ວນ ແຕ່ປີ 2021 - 2023.
  • ເຜີຍແຜ່ຄຳສັ່ງ ເລກທີ່ 14/ຄປຈ.ຄມ,ລົງວັນທີ່ 17 ທັນວາ 2021 ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດວາລະແຫ່ງຊາດ ໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ.
  • ເຜີຍແຜ່ທິດທາງແຜນການ ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ - ການເງິນ ແຂວງ ຄໍາມ່ວນ ແຕ່ປີ 2021 - 2023.ໂດຍເນັ້ນໃສ່ຂົງເຂດ ຊັບພະຍາກອນທໍາມະ ຊາດ ແລະ ສິ່ງແວດລ້ອມ.
  • ປຶກສາຫາລື ແລະ ປະກອບຄໍາຄິດເຫັນ.
  • ສະຫຼຸບລວມຜົນກອງປະຊຸມ.