ໃນວັນທີ່ 7  2022 ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄໍາມ່ວນ. ໄດ້ຈັດກອງປະຊຸມ ແນະນໍາໂຄງການສ້າງຈິດສໍານຶກດ້ານການຄ້າຂາຍສັດປ່າແບບຜິດກົດໝາຍໃນໄວໝຸ່ມຜ່ານວຽກງານ ການສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງແວດລ້ອມ ຂອງແຂວງ ຄຳມ່ວນ ( Em Youth)  , ໂດຍການເປັນປະທານຮ່ວມເປີດກອງປະຊຸມ ທ່ານ ປອ ສິນນະສອນ ແສງຈັນທະວົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄຳມ່ວນ ແລະ ທ່ານ ສຸກັນ ອິນທະນູຮັກ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ຄຳມ່ວນ   , ຂະແໜງການກ່ຽວຂ້ອງຂອງແຂວງ ຄໍາມ່ວນ ເຂົ້າຮ່ວມທັງໝົດ 26 ທ່ານ,ຍິງ 7 ທ່ານ ເນື້ອໃນການດໍາເນີນກອງປະຊຸມ.ດັ່ງມີລາຍລະອຽດລຸ່ມນີ້:

  • ນຳສະເໜີ ຈຸດປະສົງ ແລະ ເປົ້າໝາຍຂອງກອງປະຊຸມ.
  • ນໍາສະເໜີພາບລວມຂອງໂຄງການ.
  • ນຳສະເໜີແຜນວຽກ ແລະ ເຄຶ່ອງມື ຂອງໂຄງການ.
  • ປຶກສາຫາລື ພາລະບົດບາດຂອງຄູ່ຮ່ວມງານໃນໂຄງການ
  • ສະຫຼຸບລວມຜົນກອງປະຊຸມ.