ໃນວັນທີ່ 23 ກຸມພາ 2022 ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄໍາມ່ວນ. ໄດ້ຈັດກອງປະຊຸມເຜີຍແຜ່ກົົົົດໜາຍວ່າດ້ວຍເອກະສານ,ການຮ່າງເອກະສານ,ການຄຸ້ມຄອງການສຳເນົາຈົດເກັບຂຶ້ນສະຖິຕິເອກະສານ,ໂດຍການເປັນປະທານຮ່ວມເປີດກອງປະຊຸມ ທ່ານ ປອ ສິນນະສອນ ແສງຈັນທະວົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄຳມ່ວນ ແລະ ທ່ານ ນາງ ແກ້ວດາລີ ຫຼວງໄຊມຸງຄຸນ ຮອງຫົວໜ້າ ພະແນກພາຍໃນແຂວງ ຄຳມ່ວນ .ພ້ອມດ້ວຍພະນັກງານວິຊາການ  ເຂົ້າຮ່ວມທັງໝົດ 23 ທ່ານ,ຍິງ 19 ທ່ານ ເນື້ອໃນການດໍາເນີນກອງປະຊຸມ.ດັ່ງມີລາຍລະອຽດລຸ່ມນີ້:

  • ບົດແນະນຳກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍເອກະສານ ສະບັບເລກທີ 02/ພນ ລົງວັນທີ່ 9 ມີນາ 2021.
  • ກົດໝາຍວ່າດ້ວຍເອກະສານ ສະບັບເລກທີ່ 69/ສພຊ ລົງວັນທີ່ 20 ມິຖຸນາ 2019 .
  • ການກຳນົດໄລຍະເວລາປົກປັກຮັກສາສຳນວນເອກະສານທີ່ສ້າງຂຶ້ນໃນຂະບວນການເຄື່ອນໄຫວວຽກງານຂອງການຈັດຕັ້ງ ຄັດຕິດກັບຄຳແນະນຳ ສະບັບເລກທີ່ 02/ພນ ລົງວັນທີ່ 9 ມີນາ 2021.
  • ສະຫຼຸບລວມຜົນກອງປະຊຸມ.