ໃນວັນທີ່ 3 ມີນາ 2022 ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄໍາມ່ວນ. ໄດ້ຈັດກອງປະຊຸມເຜີຍແຜ່ 02 ຂໍ້ຕົກລົງຂອງທ່ານເຈົ້າແຂວງໆຄໍາມ່ວນ,ໂດຍການເປັນປະທານເປີດກອງປະຊຸມ ທ່ານ ປອ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງໆຄໍາມ່ວນ ແລະ ທ່ານ ຄຳໜັ້ນ ສໍປະເສີດ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄຳມ່ວນ .ມີບັນດາທ່ານ ຮອງເຈົ້າເມືອງ 10 ຕົວເມືອງ, ຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 10 ຕົວເມືອງ,ພ້ອມດ້ວຍພະແນກການອ້ອມຂ້າງ ເຂົ້າຮ່ວມທັງໝົດ 34 ທ່ານ,ຍິງ 02 ທ່ານ  ເນື້ອໃນການດໍາເນີນກອງປະຊຸມ.ດັ່ງມີລາຍລະອຽດລຸ່ມນີ້:

  • ຜ່ານຂໍ້ຕົກລົງຂອງທ່ານ ເຈົ້າແຂວງໆຄໍາມ່ວນສະບັບເລກທີ27/ຈຂ, ລົງວັນທີ 10 ກຸມພາ 2022 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາລວມ ແລະ ກອງເລຂາຮັບຜິດຊອບປັບປຸງລະບົບຂໍ້ມູນ ການຂື້ນບັນຊີໂຄງການ ເຊົ່າ ແລະ ສໍາປະທານທີ່ດິນຂອງລັດ.
  • ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໆຄໍາມ່ວນ ສະບັບເລກທີ 29/ຈຂ, ລົງວັນທີ 10 ກຸມພາ 2022ວ່າດ້ວຍການແຕ່ງຕັ້ງຄະນະຊິີ້ນໍາລວມ ແລະ ກອງເລຂາ ເພື່ອຄົ້ນຄ້ວາຮ່າງນິຕິກຳກຽ່ວກັບການກຳນົດເຂດປະເມີນລາຄາທີ່ດິນໃນ 10 ຕົວເມືອງ .
  • ສະຫຼຸບລວມຜົນກອງປະຊຸມ.