ກອງປະຊຸມສະຫຼຸບຕີລາຄາການເຄື່ອນໄຫວວຽກງານຮອບດ້ານປະຈຳປີ 2021 ແລະ ທິດທາງແຜນການ ປີ 2022 ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ .
ໃນວັນທີ່ 10 ມັງກອນ 2022. ທີ່ຫ້ອງປະຊຸມ ຫ້ອງວ່າການປົກຄອງ ແຂວງ ຄໍາມ່ວນ ໄດ້ເປີດກອງປະຊຸມກອງປະຊຸມສະຫຼຸບຕີລາຄາການເຄື່ອນໄຫວວຽກງານຮອບດ້ານປະຈຳປີ 2021 ແລະ ທິດທາງແຜນການ ປີ 2022 ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ.ໂດຍເປັນກຽດ ເປັນປະທານ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆ ຄຳມ່ວນ ,ທ່ານ ປອ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທ່ານ ຄຳໝັ້ນ ສໍປະເສີດ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ, ມີຕາງໜ້າກົມທີ່ກ່ຽວຂ້ອງ ເຂົ້າຮ່ວມ ເຈົ້າເມືອງໆ 10 ຕົວເມືອງ ,ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 10 ຕົວເມືອງ ພ້ອມດ້ວຍພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 96 ທ່ານ ຍິງ 22 ທ່ານ ດັ່ງມີລາຍລະອຽດລຸ່ມນີ້:
Read more: ກອງປະຊຸມສະຫຼຸບຕີລາຄາການເຄື່ອນໄຫວວຽກງານຮອບດ້ານປະຈຳປີ 2021 ແລະ ທິດທາງແຜນການ ປີ 2022...
ກອງປະຊຸມ ຮັບຟັງການປະກາດໜ່ວຍພັກ,ໜ່ວຍຊາວໜຸ່ມ,ໜ່ວຍສະຫະພັນແມ່ຍິງ ແລະ ໜ່ວຍກຳມະບານ.
ໃນວັນທີ່ 17 ທັນວາ 2021 ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄໍາມ່ວນ. ໄດ້ເປີດກອງປະຊຸມ ຮັບຟັງການປະກາດໜ່ວຍພັກ,ໜ່ວຍຊາວໜຸ່ມ,ໜ່ວຍສະຫະພັນແມ່ຍິງ ແລະ ໜ່ວຍກຳມະບານ.ພາຍໃຕ້ການເປັນປະທານ, ທ່ານ ປອ ສິນນະສອນ ແສງຈັນທະວົງ, ຮອງຫົວໜ້າ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄຳມ່ວນ. ກອງປະຊຸມຄັ້ງນີ້ມີ ຫົວໜ້າຂະແໜງ ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການ,ມີຜູ້ເຂົ້າຮ່ວມທັງໝົດ 48 ທ່ານ,ຍິງ 26 ທ່ານ.ດັ່ງມີລາຍລະອຽດລຸ່ມນີ້:ຜ່ານມະຕິຕົກລົງປ່ຽນຊື່ໜ່ວຍພັກ ແລະ ແຕ່ງຕັ້ງບົ່ງຕົວຄະນະໜ່ວຍພັກ.
- ຜ່ານມະຕິຕົກລົງປ່ຽນຊື່ໜ່ວຍກຳມະບານ ແລະ ແຕ່ງຕັ້ງບົ່ງຕົວຄະນະໜ່ວຍກຳມະບານ.
- ຜ່ານມະຕິຕົກລົງປ່ຽນຊື່ໜ່ວຍຊາວໜຸ່ມ ແລະ ແຕ່ງຕັ້ງບົ່ງຕົວຄະນະໜ່ວຍຊາວໜຸ່ມ.
- ຜ່ານມະຕິຕົກລົງປ່ຽນຊື່ໜ່ວຍສະຫະພັນ ແລະ ແຕ່ງຕັ້ງບົ່ງຕົວຄະນະໜ່ວຍສະຫະພັນແມ່ຍິງ.
- ປະທານກອງປະຊຸມກ່າວປິດກອງປະຊຸມ.
-
Read more: ກອງປະຊຸມ ຮັບຟັງການປະກາດໜ່ວຍພັກ,ໜ່ວຍຊາວໜຸ່ມ,ໜ່ວຍສະຫະພັນແມ່ຍິງ ແລະ ໜ່ວຍກຳມະບານ.
ກອງປະຊຸມ ປະຖະກະຖາເລົ່າຄືນມູນເຊື້ອວັນສຳຄັນຂອງຊາດ - ຂອງພັກ.
ໃນວັນທີ່ 1 ທັນວາ 2021 ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄໍາມ່ວນ. ໄດ້ເປີດກອງປະຊຸມ ປະຖະກະຖາເລົ່າຄືນມູນເຊື້ອວັນສຳຄັນຂອງຊາດ - ຂອງພັກ. ພາຍໃຕ້ການເປັນປະທານ, ທ່ານ ຄຳໝັ້ນ ສໍປະເສີດ ກຳມະການພັກແຂວງ ,ຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄຳມ່ວນ. ກອງປະຊຸມຄັ້ງນີ້ມີ ຫົວໜ້າຂະແໜງ ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການ, ເຂົ້າຮ່ວມຮັບຟັງປະຖະກະຖາເລົ່າມູນເຊື້ອວັນສຳຄັນຂອງຊາດ-ຂອງພັກ ມີຜູ້ເຂົ້າຮ່ວມທັງໝົດ 34 ທ່ານ,ຍິງ 14 ທ່ານ.ດັ່ງມີລາຍລະອຽດລຸ່ມນີ້:
Read more: ກອງປະຊຸມ ປະຖະກະຖາເລົ່າຄືນມູນເຊື້ອວັນສຳຄັນຂອງຊາດ - ຂອງພັກ.
ກອງປະຊຸມ ເປີດໂຄງການຄຸ້ມຄອງອ່າງຮັບນໍ້າ ໂດຍມີສ່ວນຮ່ວມຈາກຊຸມຊົົນ ຢູ່ແຂວງ ຄຳມ່ວນ
ໃນວັນທີ່ 23 ພະຈິກ 2021 ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄໍາມ່ວນ. ໄດ້ເປີດກອງປະຊຸມ ເປີດໂຄງການຄຸ້ມຄອງອ່າງຮັບນໍ້າ ໂດຍມີສ່ວນຮ່ວມຈາກຊຸມຊົົນ ຢູ່ແຂວງ ຄຳມ່ວນ ຂອງ ພະແນກຊັບ ພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ. ພາຍໃຕ້ການເປັນປະທານ, ທ່ານ ຄຳໝັ້ນ ສໍປະເສີດ ກຳມະການພັກແຂວງ ,ຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄຳມ່ວນ. ກອງປະຊຸມໃນຄັ້ງນີ້ໄດ້ເປີດໂຄງການຄຸ້ມຄອງອ່າງຮັບນໍ້າ ໂດຍມີສ່ວນຮ່ວມຈາກຊຸມຊົົນ ຢູ່ແຂວງ ຄຳມ່ວນ .ຫົວໜ້າຫ້ອງການ ຊສ ເມືອງ 02 ຕົວເມືອງ ພ້ອມດ້ວຍພະນັກງານວິຊາການ, ມີ ຜູ້ເຂົ້າຮ່ວມທັງໝົດ 34 ທ່ານ,ຍິງ 3 ທ່ານ.ດັ່ງມີລາຍລະອຽດລຸ່ມນີ້:
Read more: ກອງປະຊຸມ ເປີດໂຄງການຄຸ້ມຄອງອ່າງຮັບນໍ້າ ໂດຍມີສ່ວນຮ່ວມຈາກຊຸມຊົົນ ຢູ່ແຂວງ ຄຳມ່ວນ
ກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນແຂວງຄຸ້ມຄອງ ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ໃນວັນທີ່ 8-9 ພະຈິກ 2021 ທີ່ຫ້ອງປະຊຸມ ສະຫະພັນແມ່ຍິງແມ່ ແຂວງ ຄໍາມ່ວນ. ໄດ້ເປີດກອງປະຊຸມສ້າງແຜນກໍານົດພະນັກງານນຳພາ - ຄຸ້ມຄອງ ຂັ້ນແຂວງຄຸ້ມຄອງ ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ. ພາຍໃຕ້ການເປັນປະທານ ທ່ານ ຄຳສອນ ອ້ວນທະວີ ຄະນະປະຈຳພັກແຂວງ , ປະທານກວດກາພັກແຂວງ, ທ່ານ ຄຳໝັ້ນ ສໍປະເສີດ ກຳມະການພັກແຂວງ ,ຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ. ກອງປະຊຸມໃນຄັ້ງນີ້ໄດ້ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນແຂວງຄຸ້ມຄອງ ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄຳມ່ວນ.ຫົວໜ້າຫ້ອງການ ຊສ ເມືອງ 10 ຕົວເມືອງ ພ້ອມດ້ວຍພະນັກງານສະມາຊິກພັກ, ມີ ຜູ້ເຂົ້າຮ່ວມທັງໝົດ 69 ທ່ານ,ຍິງ 24 ທ່ານ.ດັ່ງມີລາຍລະອຽດລຸ່ມນີ້:
Page 5 of 13