ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄຳມ່ວນ
Toggle Navigation
  • ຫນ້າຫລັກ
  • ກ່ຽວກັບ ພຊສ
    • ທີ່ຕັ້ງ ແລະ ພາລະບົດບາດ
    • ຫນ້າທີ່
    • ຂອບເຂດສິດ
    • ໂຄງປະກອບການຈັດຕັ້ງ
      • ຄະນະນຳ ພຊສ
      • ຂະແໜງ ບໍລິຫານ ແລະ ການເງິນ
      • ຂະແໜງ ແຜນການ-ສະຖິຕິ ແລະ ຂໍ້ມູນຂ່າວສານ
      • ຂະແໜງ ຈັດຕັ້ງ ແລະ ພະນັກງານ
      • ຂະແໜງ ກວດກາ
      • ຂະແໜງ ທີ່ດິນ
      • ຂະແໜງ ຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ
      • ຂະແໜງ ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ
      • ຂະ​ແໜງ ​ຕິດ​ຕາມກວດ​ກາ ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ
  • ຂ່າວສານ ປະຊາສຳພັນ
    • ປະກາດແຈ້ງການ
  • ຫນ້າເຊື່ອມໂຍ່ງເວບໄຊ
  • ຕິດຕໍ່ພົວພັນ
  • WebMail

ປາຖະກະຖາ ວັນສ້າງຕັ້ງພັກ ຄົບຮອບ 66 ປີ ແລະ ວັນເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 75 ປີ.

ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນບ່າຍຂອງ ວັນທີ່ 22 ມີນາ 2021 ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ. ໄດ້ເປີດກອງປະຊຸມເຜີຍແຜ່ເອກະສານສຳຄັນ ໃນນັ້ນມີເອກະສານວັນສ້າງ ຕັ້ງພັກຄົບຮອບ 66 ປີ ( 22 ມີນາ 1955 ຫາ 22 ມີນາ 2021)  ແລະ ວັນເສຍສະຫຼະເພື່ອຊາດ ຄົບຮອບ 75 ປີ ( 21 ມີນາ 1946 ຫາ 21 ມີນາ 2021)ໂດຍການເຂົ້າຮ່ວມເປັນກຽດ ຂອງ ທ່ານ ຄໍາໝັ້ນ ສໍປະເສີດ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ, ຂຶ້ນເຜີຍແຜ່ເອກະສານ,ຜ່ານເອກະໃນຄັ້ງນີ້ມີພະນັກງານການນຳຂອງ ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ ແລະ ມີພະນັກງານບັນດາຂະແໜງ ຕະຫຼອດຮອດພະນັກງານລັດຖະກອນທັງຍິງ ແລະ ຊາຍ ເຂົ້າຮ່ວມຮັບຟັງ 2 ເອກະສານສຳຄັນຂອງຊາດ ເຊິ່ງມີຜູ້ເຂົ້າຮ່ວມຮັບຟັງໃນຄັ້ງນີ້ທັງໝົດ 57 ທ່ານ ໃນນັ້ນມີເອື້ອຍນ້ອງຍິງ 24 ທ່ານ.ກອງປະຊຸມໃນຄັ້ງນີ້ໃຊ້ເວລາ 1 ຄາບ ແລະ ມີຜົນສໍາເລັດເປັນຢ່າງດີ.

Read more: ປາຖະກະຖາ ວັນສ້າງຕັ້ງພັກ ຄົບຮອບ 66 ປີ ແລະ ວັນເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 75 ປີ.

ກອງປະຊຸມ ເຜີຍແຜ່ເອກະສານສຳຄັນ ຂອງແມ່ຍິງ,ກຳມະບານ ແລະ ແນວລາວສ້າງຊາດ

ໃນຕອນເຊົ້າຂອງວັນທີ່  2 ມີນາ 2021 ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ. ໄດ້ເປີດກອງປະຊຸມເຜີຍແຜ່ເອກະສານສຳຄັນ ຂອງແມ່ຍິງ, ກຳມະບານ ແລະ ແນວລາວສ້າງຊາດ. ພາຍໃຕ້ການເປັນປະທານ ທ່ານ ປອ ສິນນະສອນ ແສງຈັນທະວົງ ຮອງຫົວໜ້າ ພະແນກຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ. ກອງປະຊຸມໃນຄັ້ງນີ້ໄດ້ເຜີຍແຜ່ເອກະສານສຳຄັນ ຂອງແມ່ຍິງ, ກຳມະບານ ແລະ ແນວລາວສ້າງຊາດ ພະແນກຊັບພະຍາກອນທຳຊາດ ແລະ ສິ່ງແວດລ້ອມ ແຂວງ ຄຳມ່ວນ. ພ້ອມດ້ວຍພະນັກງານວິຊາການ ຜູ້ເຂົ້າຮ່ວມທັງໝົດ 58 ທ່ານ,ຍິງ 24 ທ່ານ.

  • ເຜີຍແຜ່ເອກະສານ ປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ ວັນທີ່ 8 ມີນາ 2021 ຄົບຮອບ 111 ປີ

( 8 ມີນາ 1910 – 8 ມີນາ20201)      

  • ເຜີຍແຜ່ເອກະສານມູນເຊື້ອການກຳເນີດ ແລະ ເຕີບໃຫ່ຍຂະຫຍາຍຕົວຂອງອົງການຈັດຕັ້ງກຳມະບານລາວ ຄົບ ຮອບ 65 ປີ ( ວັນທີ 1 ກຸມພາ 1956- 1 ກຸມພາ 2021 )
  • ເຜີຍແຜ່ເອກະສານ ມະຕິສະບັບເລກທີ 108/ກມພ, ລົງວັນທີ່ 30 ເມສາ 2020 ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກໃນໄລຍະໃໝ່.
  • ເຜີຍແຜ່ແຈ້ງການແນະນຳ ສະບເລກທີ015/ຄປຈ.ສນຊ, ລົວັນທີ່ 23 ມີນາ 2020 ວ່າດ້ວຍການພົວພັນ ລະຫວ່າງ ຄະນະປະຈຳສະພາແຫ່ງຊາດ ກັບ ຄະນະປະຈຳສະພາສູນກາງແນວລາວສ້າງຊາດ.
  • ເຜີຍແຜ່ເອກະສານແນະນຳ ສະບັບເລກທີ 11/ຄປຈ.ສນຊ,ລົງວັນທີ 8 ກໍລະກົດ 2020 ກ່ຽວກັບການຈັດຕັ້ງປະຕິບັດວຽກງານຕິດຕາມກວດກາຂອງແນວລາວສ້າງຊາດ.
  • ເຜີຍແຜ່ເອກະສານຂໍ້ກຳນົດ ສະບັບເລກທີ່ 01/ຄສພ, ລົງວັນທີ່ 30 ກັນຍາ 2020 ວ່າດ້ວຍລະບຽບການຕິດຕາມ, ກວດກາຂອງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ຕໍ່ອົງການອຳນາດລັດ.

ພາຍຫຼັງເຜີຍແຜ່ສຳເລັດ ໄດ້ຮັບຟັງການໂອ້ລົມ ແລະ ຊີ້ທິດເຢືອງທາງ ຂອງ ທ່ານ ຄຳສອນ ອ້ວນທະວີ ຄະນະປະຈຳພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ກອງປະຊຸມໄດ້ປິດລົງໃນວັນດຽວກັນ.

ມອບຮັບໜ້າທີ່ຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່

 

ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນບ່າຍຂອງ ວັນທີ່ 5 ມີນາ 2021 ທີ່ສະໂມສອນໃຫ່ຍຂອງແຂວງ ( ຫຼັກ 4 ) ໂດຍການເຂົ້າຮ່ວມເປັນກຽດ ຂອງ ທ່ານ ວັນໄຊ ພອງສະຫວັນ ກຳມະການສູນການພັກ ເລຂາພັກແຂວງ, ເຈົ້າແຂວງໆ ຄຳມ່ວນ, ໃນພິທີອັນມີຄວາມໝາຍສຳຄັນນີ້ຍັງມີບັນດາທ່ານໃນຂະນະບໍລິຫານງານພັກແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ພະນັກງານວິຊາການຕະຫຼອດເຖີງພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ທ່ານນາງ ມຸນທາ ລັດຖະຈັກ ຮອງຫົວໜ້າຄະນະຈັດຕັ້ງແຂວງໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງວ່າດ້ວຍການຊັບຊ້ອນພະນັກງານ-ລັດຖະກອນໃຫ້ໄປຮັບໜ້າທີ່ໃໝ່

  • ຕົກລົງ ແຕ່ງຕັ້ງ ທ່ານ ຄຳສອນ ອ້ວນທະວີ ຄະນະປະຈຳພັກແຂວງ ຫົວໜ້າພະແນກຊັບພະຍາກອນທຳມະ ຊາດ ແລະ ສີ່ງແວດລ້ອມແຂວງ ໄປຮັບໜ້າທີ່ໃໝ່ເປັນປະທານກວດກາພັກ-ລັດ ແທນ ທ່ານ ຄຳຜົງ ວົງພະຈັນ ປະທານກວດກາພັກ-ລັດແຂວງ (ຜູ້ເກົ່າ) ທີ່ອອກພັກຜ່ອນຮັບອຸດໜຸນບໍານານ.
  • ຕົກລົງ ແຕ່ງຕັ້ງ ທ່ານ ຄຳໝັ້ນ ສໍປະເສີດ ກຳມະການພັກແຂວງ ເຈົ້າເມືອງຄູນຄຳ ໄປຮັບໜ້າທີ່ໃໝ່ເປັນຫົວນ້າຊັບພະຍາກອນທຳມະຊາດແລະສີ່ງແວດລ້ອມແຂວງ (ຜູ້ໃໝ່) ແທນທ່ານ ຄຳສອນ ອ້ວນທະວີ ຫົວໜ້າພະແນກຊັບພະຍາກອນທຳມະຊາດແລະສີ່ງແວດລ້ອມແຂວງ ທີ່ຖືກແຕ່ງຕັ້ງໄປຮັບໜ້າທີ່ໃໝ່

Read more: ມອບຮັບໜ້າທີ່ຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່

ກອງປະຊຸມປຶກສາຫາລືກ່ຽວກັບການປັບປຸງແຜນການຄຸ້ມຄອງອ່າງຮັບນ້ຳເຊບັ້ງໄຟ

ໃນຕອນເຊົ້າຂອງວັນທີ່  16 ຕຸລາ 2020 ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ. ໄດ້ເປີດກອງປະຊຸມປຶກສາຫາລືກ່ຽວກັບການປັບປຸງແຜນການຄຸ້ມຄອງອ່າງຮັບນ້ຳເຊບັ້ງໄຟ ໂດຍພາຍໃຕ້ການເປັນປະທານ ທ່ານ ສຸຂະຖາ ວັນນະລາດ  ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ. ເປັນກຽດ ເຂົ້າຮ່ວມໂດຍທ່ານ ວຽງໄຊ ສໍພະຈັນ ຫົວໜ້າພະແນກສັງລວມ ກອງເລຂາ ຄມຊ  ມີຜູ້ເຂົ້າຮ່ວມໝົດ 21 ທ່ານ ຍິງ 5 ທ່ານ. ເນື້ອໃນຕົ້ນຕໍຂອງກອງປະຊຸມຄັ້ງນີ້ແມ່ນປຶກສາຫາລືກ່ຽວກັບການປັບປຸງແຜນການຄຸ້ມຄອງອ່າງຮັບນ້ຳເຊບັ້ງໄຟ.

Read more: ກອງປະຊຸມປຶກສາຫາລືກ່ຽວກັບການປັບປຸງແຜນການຄຸ້ມຄອງອ່າງຮັບນ້ຳເຊບັ້ງໄຟ

ທົດລອງການປະຊຸມທາງໄກ ກັບ ຫ້ອງການກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

Read more: ທົດລອງການປະຊຸມທາງໄກ ກັບ ຫ້ອງການກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

  1. ກອງປະຊຸມຜ່ານຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງຄຳມ່ວນຄຳມ່ວນ ວ່າດ້ວຍລະບຽບການຄຸ້ມຄອງສິ່ງເສດເຫຼືອ
  2. ກອງປະຊຸມເຜີຍແຜ່ກົດໝາຍລັດຖະກອນ
  3. ຄະນະພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ນຳພາສ້າງຂະຂວນການອະນາໄມລວມ ອ້ອມຂ້າງພະແນກ ຊສ ແຂວງ ແລະ ຕາມເສັ້ນທາງ.
  4. ກອງປະຊຸມປຶກສາຫາລື ແລກປ່ຽນບົດຮຽນເພື່ອຍົກລະດັບດ້ານຂ່າວປະຊາສຳພັນ,ການປັບປຸງເວບໄຊ,ການບໍລິຫານເອກະສານທາງລັດຖະການ,ຂຶ້ນບັນຊີຊັບສິນຂອງລັດ ແລະ ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ

Page 7 of 10

  • 1
  • 2
  • 3
  • 4
  • ...
  • 6
  • 7
  • 8
  • 9
  • ...
  • You are here:  
  • Home

Latest Articles

  • ກອງປະຊຸມ ການເຜີຍແຜ່ ເອກະສານປະຫວັດຄວາມເປັນມາວັນແມ່ຍິງສາກົນ ຄັ້ງວັນທີ່ 07 ມີນາ 2022 .
  • ກອງປະຊຸມ ເຜີຍແຜ່ບັນດາຂໍ້ຕົກລົງວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ຄູ່ມືແນະນໍາກຽ່ວກັບການກວດກາວິຊາການດ້ານສິ່ງແວດລ້ອມສໍາລັບໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ,ໂຄງການໄຟຟ້າພະລັງງານນໍ້າ,ໂຄງການກໍ່ສ້າງເສັ້ນທາງ,ໂຄງການກະສິກໍາປູກໄມ້ ແລະ ປູກພຶດ ແລະ ໂຄງການອຸດສາຫະກໍາປຸງແຕ່ງ
  • ກອງປະຊຸມ ເຜີຍແຜ່ 2 ຂໍ້ຕົກລົງຂອງທ່ານເຈົ້າແຂວງ ໆ ຄໍາມ່ວນ ຄັ້ງວັນທີ່ 3 ມີນາ 2022 .
  • ກອງປະຊຸມ ເຜີຍແຜ່ກົດໝາຍວ່າດ້ວຍເອກະສານ,ການຮ່າງເອກະສານ,ການຄຸ້ມຄອງການສຳເນົາ ຈົດເກັບຂຶ້ນສະຖິຕິເອກະສາານ ຄັ້ງວັນທີ່ 23 ກຸມພາ 2022.
  • ກອງປະຊຸມ ເຜີຍແຜ່ກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ ທີ່ຫ້ອງວ່າການປົກຄອງແຂວງ ຄຳມ່ວນ ຄັ້ງວັນທີ່ 16ກຸມພາ 2022
079503
ມື້ນີ້
ມື້ວານ
ອາທິດນີ້
ອາທິດກ່ອນ
ເດືອນນີ້
ເດືອນກ່ອນ
ທັງຫມົດ
130
137
755
78345
1293
374
79503

Your IP: 18.205.56.183
2022-05-19 19:07
Visitors Counter

Login Form

  • Forgot your username?
  • Forgot your password?

Back to Top

© 2022 ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄຳມ່ວນ