ກອງປະຊຸມປຶກສາຫາລື ແລະ ແລກປ່ຽນຂໍ້ມູນຄວາມຮູ້ທາງດ້ານວິຊາການ IT ໃນການສ້າງ ແລະ ການກະກຽມນຳໃຊ້ຖານຂໍ້ມູນແຂວງ ຄຳມ່ວນ ຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.
ໃນຕອນເຊົ້າວັນອັງຄານ,;ຂອງວັນທີ່ 6 ກໍລະກົດ 2021 ທີ່ຫ້ອງປະຊຸມພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.ໄດ້ເປີດກອງປະຊຸມປຶກສາຫາລື ແລະ ແລກປ່ຽນຂໍ້ມູນຄວາມຮູ້ທາງດ້ານວິຊາການ ITໃນການສ້າງ ແລະ ການກະກຽມນຳໃຊ້ຖານຂໍ້ມູນ ແຂວງ ຄຳມ່ວນ ໂດຍໃຫ້ກຽດເປັນທານ ທ່ານ ສິນນະສອນ ແສງຈັນທະວົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ ແລະ ທ່ານ ໂລນຄຳ ອາດສະນາວົງ ຫົວໜ້າກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ມີຜູ້ເຂົ້າຮ່ວມທັງໝົດ 15 ທ່ານຍິງ 2 ທ່ານ ພ້ອມດ້ວຍວິຊາການໄອທີຂອງຕົນເຂົ້າຮ່ວມ ເນື້ອໃນຕົ້ນຕໍຂອງກອງປະຊຸມຄັ້ງນີ້ແມ່ນປຶກສາຫາລືກ່ຽວກັບບັນຫາລົງເລິ່ງດັ່ງລຸ່ມນີ້:
Read more: ກອງປະຊຸມປຶກສາຫາລື ແລະ ແລກປ່ຽນຂໍ້ມູນຄວາມຮູ້ທາງດ້ານວິຊາການ IT ໃນການສ້າງ ແລະ...
ກອງປະຊຸມເປີດກ້ວາງສະໄໝສາມັນປະຈຳເດືອນ ມີຖຸນາ ຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.
ໃນຕອນເຊົ້າວັນຈັນ,;ຂອງວັນທີ່ 14 ມິຖຸນາ 2021 ທີ່ຫ້ອງປະຊຸມກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.ໄດ້ເປີດກອງປະຊຸມເປີດກ້ວາງສະໄໝສາມັນປະຈຳເດືອນ ມິຖຸນາ ຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າຮ່ວມກອງປະຊຸມທາງໄກຜ່ານ Video Conference ໂດຍໃຫ້ກຽດເປັນທານ ທ່ານ ບຸນຄ້ຳ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 18 ແຂວງເຂົ້າຮ່ວມ ແລະ ຫົວໜ້າຂະແໜງ 8 ຂະແໜງ ພ້ອມດ້ວຍວິຊາການໄອທີຂອງຕົນເຂົ້າຮ່ວມ ເເນື້ອໃນຕົ້ນຕໍຂອງກອງປະຊຸມຄັ້ງນີ້ແມ່ນປຶກສາຫາລືກ່ຽວກັບບັນຫາລົງເລິ່ງດັ່ງລຸ່ມນີ້:
- ເພື່ອລາຍງານຄວາມຄຶບໜ້າໃນການປັບປຸງການຈັດຕັ້ງ ແລະ ຊັບຊ້ອນພະນັກງານ.
- ລາຍງານການຈັດຕັ້ງປະຕິບັດແຜນການຂອງບັນດາ 18 ແຂວງ.ກ່ຽວກັບການຂຶ້ນທະບຽນອອກໃບຕາດິນ, ການສ້າງແຜນຈັດສັນທີ່ດິນ,ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານ.
- ຂໍ້ສະດວກ,ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີ .ກອງປະຊຸມໃນຄັ້ງນີ້ໃຊ້ເວລາ 1 ຄາບ ແລະ ມີຜົນສໍາເລັດເປັນຢ່າງດີ.
ສ້າງຂະບວນການອອກແຮງງານອານາໄມລວມອ້ອມຂ້າງ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ
ໃນຕອນເຊົ້າຂອງວັນທີ່ 18 ມິຖຸນາ 2021 ທີ່ເດີນພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ ໄດ້ສ້າງຂະບວນການອອກແຮງງານອານາໄມລວມ ພາຍໃນເດີນອ້ອມຂ້າງ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ ເພື່ອເຮັດໃຫ້ຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດງາມຕາ.
Read more: ສ້າງຂະບວນການອອກແຮງງານອານາໄມລວມອ້ອມຂ້າງ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ
ວັນທີ່ 5 ມິຖຸນາ ວັນສິ່ງແວດລ້ອມໂລກ,ວັນສິ່ງແວດລ້ອມແຫ່ງຊາດ.
ທ່ານ ຄຳໜັ້ນ ສໍປະເສີດ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ ໃຫ້ສຳພາດຕໍ່ສື່ມວນຊົນທ້ອງຖິ່ນກ່ຽວກັບວັນສິ່ງແວດລ້ອມໂລກ 5 ມິຖຸນາ ຄົບຮອບ 49 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 22 ປີ
Read more: ວັນທີ່ 5 ມິຖຸນາ ວັນສິ່ງແວດລ້ອມໂລກ,ວັນສິ່ງແວດລ້ອມແຫ່ງຊາດ.
Page 8 of 13