ສູນຂໍ້ມູນ ກຊສ ລົງຊຸກຍູ້ວຽກງານໃຫ້ ພຊ ແຂວງ ແລະ ຫຊສ ເມືອງ
ໃນເວລາ 8 ໂມງ 30 ຂອງວັນທີ 24-28 ກຸມພາ 2020, ຢູ່ທີ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄໍາມ່ວນ ໄດ້ຈັດກອງປະຊຸມຝຶກອົບຮົມປຶກການນຳໃຊ້ໂປຼແກັມ Arc GIS ເຂົ້າໃນການແຕ້ມແຜນທີ່, ສ້າງຖານຂໍ້ມູນ, ຊັ້ນຂໍ້ມູນ, ໂດຍພາຍໄຕ້ການເປັນປະທານໂດຍທ່ານ ຄຳສອນ ອ້ວນທະວີ ກຳມະການພັກແຂວງ, ຫົວ ໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ທ່ານ ປອ ນາງ ວິລານີ ຫົວໜ້າສູນຂໍ້ມູນຂ່າວ
Read more: ສູນຂໍ້ມູນ ກຊສ ລົງຊຸກຍູ້ວຽກງານໃຫ້ ພຊ ແຂວງ ແລະ ຫຊສ ເມືອງ
ກອງປະຊຸມທາງໄກຮວ່ມກັບຄະນະຊີ້ນຳ ແລະ ກຳມະການຄຸ້ມຄອງໂຄງການຂັ້ນສູນກາງ ແລະ ຂັ້ນແຂວງ,ຂັ້ນເມືອງເພື່ອລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ຂອງໂຄງການຄຸ້ມຄອງອ່າງຮັບນໍ້າໂດຍມີສ່ວນຮ່ວມຂອງຊຸມຊົນຢູ່ແຂວງຄຳມວ່ນ.
ໃນວັນທີ່ 12 ມັງກອນ 2023 ທີ່ຫ້ອງປະຊຸມພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດແຂວງຄໍາມ່ວນ
ໄດ້ຈັດກອງປະຊຸມທາງໄກຮ່ວມກັບຄະນະຊີ້ນຳ ແລະ ກຳມະການຄຸ້ມຄອງໂຄງການຂັ້ນສູນກາງ ແລະ ຂັ້ນແຂວງ,ຂັ້ນເມືອງເພື່ອລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ຂອງໂຄງການຄຸ້ມຄອງອ່າງຮັບນໍ້າໂດຍມີສ່ວນຮ່ວມຂອງຊຸມຊົນຢູ່ແຂວງ ຄຳມ່ວນ. ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຄຳໝັ້ນ ສໍປະເສີດ ຫົວໜ້າພະແນກຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ແຂວງຄຳມ່ວນ,ທ່ານ ທອດ ແວັດແຊວລ ຫົວໜ້າມຸນນິທິເອເຊຍ ປະຈຳ ສປປລາວ , ທ່ານ ນາງເດີຣິນເຮັນເດີຊັນ ຫົວໜ້າແຜນງານສິ່ງແວດລອ້ມ ແລະ ຄະນະຊີ້ນໍາໂຄງການຂັ້ນແຂວງ,
ພາກສ່ວນສູນກາງ,ມີຕາງໜ້າ ຫ້ອງວ່າການແຂວງ ແລະ ພະແນກການທີ່ກ່ຽວຂ້ອງພາຍໃນແຂວງ ,ຫ້ອງການ ຊສ ເມືອງ ມະຫາໃຊ ແລະ ເມືອງເຊບັ້ງໄຟ ໃນນັ້ນມີຜູ້ເຂົ້າຮວ່ມທັງໜົດ 20 ຄົນ,ຍິງ 8 ຄົນ.
Read more: ກອງປະຊຸມທາງໄກຮວ່ມກັບຄະນະຊີ້ນຳ ແລະ ກຳມະການຄຸ້ມຄອງໂຄງການຂັ້ນສູນກາງ ແລະ...
ກອງປະຊຸມ ແນະນໍາການຈັດຕັ້ງປະຕິບັດວຽກງານການເງິນຂອງໂຄງການສ້າງຄວາມເຂັມແຂງວຽກງານຂື້ນທະບຽນອອກໃບຕາດິນຢ່າງເປັນລະບົບ.
ໃນວັນທີ່ 10 ມັງກອນ 2023 ທີ່ຫ້ອງປະຊຸມພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຄໍາມວ່ນ ໄດ້ຈັດກອງປະຊຸມແນະນໍາການຈັດຕັ້ງປະຕິບັດວຽກງານ ການເງິນຂອງໂຄງການສ້າງຄວາມເຂັມແຂງວຽກງານຂື້ນທະບຽນອອກໃບຕາດິນຢ່າງເປັນລະບົບ.ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ແກ້ວບູນຂັວນ ໄຊຍະວົງສາ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຄຳມ່ວນ ມີຄະນະວິຊາການຈາກກົມທີ່ດິນ, ຫ້ອງການ ຊສ ເມືອງ ຕະຫຼອດຮອດ ຫົວໜ້າຂະແໜງ ພ້ອມດ້ວຍວິຊາການ ໃນນັ້ນມີຜູ້ເຂົ້າຮ່ວມທັງໜົດ 15 ທ່ານ.
Page 13 of 13