ໃນຕອນເຊົ້າຂອງວັນທີ່ 16 ຕຸລາ 2020 ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ. ໄດ້ເປີດກອງປະຊຸມປຶກສາຫາລືກ່ຽວກັບການປັບປຸງແຜນການຄຸ້ມຄອງອ່າງຮັບນ້ຳເຊບັ້ງໄຟ ໂດຍພາຍໃຕ້ການເປັນປະທານ ທ່ານ ສຸຂະຖາ ວັນນະລາດ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ. ເປັນກຽດ ເຂົ້າຮ່ວມໂດຍທ່ານ ວຽງໄຊ ສໍພະຈັນ ຫົວໜ້າພະແນກສັງລວມ ກອງເລຂາ ຄມຊ ມີຜູ້ເຂົ້າຮ່ວມໝົດ 21 ທ່ານ ຍິງ 5 ທ່ານ. ເນື້ອໃນຕົ້ນຕໍຂອງກອງປະຊຸມຄັ້ງນີ້ແມ່ນປຶກສາຫາລືກ່ຽວກັບການປັບປຸງແຜນການຄຸ້ມຄອງອ່າງຮັບນ້ຳເຊບັ້ງໄຟ.
- ຄວາມເປັນມາ ແລະ ຄວາມຄືບໜ້າຂອງການປັບປຸງແຜນການຄຸ້ມຄອງອ່າງຮັບນ້ຳເຊບັ້ງໄຟ.
- ຮ່າງສາລະບານຄຸ້ມຄອງອ່າງ.
- ສະພາບລວມ ແລະ ທີ່ຕັ້ງຂອງອ່າງ.
- ໂອກາດ ແລະ ສິ່ງທ້າທາຍທີ່ເກີດຂຶ້ນພາຍໃນອ່າງ.
- ແຜນຄວາມຕ້ອງການໃນການພັດທະນາ ແລະ ຄຸ້ມຄອງອ່າງພ້ອມທັງກຳນົດໜ້າວຽກ,ໜ້າວຽກບໍລິມະສິດໃນ ການ
ແກ້ໄຂບັນຫາໃນອ່າງປຶກສາຫາລື (ຖາມ ແລະ ຕອບ ).